ຜູ້ມີສິດເລືອກຕັ້ງ ອາເມລິກາ ກ່ວາ 95 ລ້ານຄົນໄປປ່ອນບັດເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ

(VOVWORLD) -  ຕາມການສະຖິຕິຂອງໂຄງການເລືອກຕັ້ງອາເມລິກາ ຂຶ້ນກັບມະຫາວິທະຍາໄລ Florida ແລ້ວ,  ຜູ້ມີສິດເລືອກຕັ້ງກ່ວາ 95 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ ອາເມລິກາ ກ່ອນກຳນົດເວລາ 1 ວັນ. 
ຜູ້ມີສິດເລືອກຕັ້ງ ອາເມລິກາ ກ່ວາ 95 ລ້ານຄົນໄປປ່ອນບັດເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ - ảnh 1ຜູ້ມີສິດເລືອກຕັ້ງ ອາເມລິກາ ກ່ວາ 95 ລ້ານຄົນໄປປ່ອນບັດເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ. ພາບ: REUTERS / Nick Oxford

  ຕົວເລກດັ່ງກ່າວ ເທົ່າກັບ 69% ຍອດຈຳນວນບັດຂອງການເລືອກຕັ້ງເມື່ອປີ 2016. ສາຍເຫດທີ່ເຮັດໃຫ້ປະຊາຊົນ ອາເມລິກາ ໄປປ່ອນບັດກ່ອນກຳນົດເວລາໂດຍຜ່ານຮູບການທາງອອນລາຍ ແລະ ທາງໄປສະນີນັ້ນ ສ່ວນໜຶ່ງແມ່ນຍ້ອນໂລກລະບາດໂຄວິດ-19, ໂລກລະບາດໄດ້ເຮັດໃຫ້ກ່ວາ 230.000 ຄົນເສຍຊີວິດຢູ່ ອາເມລິກາ. ຕາມການສຳຫລວດໃນທົ່ວປະເທດແລ້ວ, ຜູ້ສະໝັກເລືອກຕັ້ງສັງກັດພັກສາທາລະນະ Donald Trump ພວມມີຄະແນນຫລຸດຄູ່ແຂ່ງ Joe Biden ປະມານ 8 – 10 ຄະແນນ.

        ໃນຂະນະນັ້ນ, ກ່ອນທີ່ຈະດຳເນີນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນວັນທີ 03 ພະຈິກ, ການປ້ອງກັນຄວາມສະຫງົບໄດ້ຮັດແໜ້ນໃນທົ່ວທຸກແຫ່ງຂອງປະເທດ ອາເມລິກາ, ໃນສະພາບການ ນັບມື້ນັບມີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງເກີດສະພາບການໃຊ້ຄວາມຮຸນແຮງ ແລະ ຂາດສະຖຽນລະພາບພາຍຫລັງເຫດການສຳຄັນຍິ່ງນີ້.

        ທີ່ການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງ ອາເມລິກາ ຈະປ່ອນບັດເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ, ທັງໝົດ 435 ທີ່ນັ່ງຢູ່ສະພາຕ່ຳ, 35/100 ທີ່ນັ່ງຢູ່ສະພາສູງ, 11 ຕຳແໜ່ງຜູ້ວ່າການລັດ ພ້ອມກັບປະມານ 5000 ທີ່ນັ່ງໃນອົງການນິຕິບັນຍັດຂັ້ນລັດໃນທົ່ວປະເທດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ