​ຜ່ອນ​ຜັ​ນເງື່ອນ​ໄຂ​ອະ​ນຸ​ຍາດ​ໃຫ້ແຮງ​ງານ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ

(VOVWORLD) -ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆປະຕິບັດການຜ່ອນຜັນບາງຂໍ້ກຳນົດ, ເງື່ອນໄຂກ່ຽວກັບການອອກ, ຕໍ່ກຳນົດເວລາ, ຢັ້ງຢືນໃບອະນຸຍາດແຮງງານໃຫ້ແກ່ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ຫວຽດນາມ.
​ຜ່ອນ​ຜັ​ນເງື່ອນ​ໄຂ​ອະ​ນຸ​ຍາດ​ໃຫ້ແຮງ​ງານ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ - ảnh 1(ພາບປະກອບ: daidoanket.vn)

ຕໍ່ໜ້າສະພາບການຂາດແຄນນັກຊ່ຽວຊານເພື່ອຕອບສະໜອງການບໍລິການທີ່ມີຄຸນນະພາບສູງ, ວິສາຫະກິດຫຼາຍແຫ່ງໄດ້ສະເໜີໃຫ້ຫຼຸດວັນເວລາໃນການອອກໃບອະນຸຍາດໃຫ້ແກ່ນັກຊ່ຽວຊານຕ່າງປະເທດລົງອີກ. ຕາມຂໍ້ກຳນົດສະບັບໃໝ່ແລ້ວ, ໃບອະນຸຍາດທີ່ອອກໃຫ້ແຮງງານຕ່າງປະເທດເມື່ອໝົດກຳນົດຕ້ອງໄດ້ອອກໃຫ້ໃໝ່ ແລະ ອະນຸຍາດໃຫ້ແຮງງານຕ່າງປະເທດ ຜູ້ທີ່ມີໃບອະນຸຍາດ ແລະ ພວມມີຜົນສັກສິດ ທີ່ໄດ້ແຕ່ງຕັ້ງ ຫຼື ສົ່ງໄປເຮັດວຽກຢູ່ແຂວງ, ນະຄອນອື່ນ ແມ່ນມີກຳນົດເວລາບໍ່ກາຍ 6 ເດືອນ.

        ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເລວັນແທັ່ງ ໃຫ້ຮູ້ວ່າ ການເຂົ້າເມືອງຂອງນັກລົງທຶນ ແລະ ນັກຊ່ຽວຊານຕ່າງປະເທດໃນສະພາບເກີດໂລກລະບາດນີ້ ໄດ້ກຳນົດຢ່າງຈະແຈ້ງ ແລະ ມີຫົວໜ່ວຍຮັບຜິດຊອບແກ້ໄຂເອກະສານ.  ໃນສະເພາະໜ້າ, ໃຫ້ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການອອກໃບອະນຸຍາດ. ວິສາຫະກິດໃດທີ່ມີນັກຊ່ຽວຊານ, ແຮງງານຕ່າງປະເທດມາເຮັດວຽກ ຈະເຮັດລະບຽບການຜ່ານທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ