ຜູ້ອຳນວຍການໃຫຍ່ UNESCO ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນ - ເຫ້ວ

ຜູ້ອຳນວຍການໃຫຍ່ UNESCO ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນ - ເຫ້ວ - ảnh 1
ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຕ້ອນຮັບທ່ານນາງ Irina Bokova
(ພາບ: btv.org.vn)

(​vovworld) – ວັນ​ທີ 23/6, ທ່ານ​ນາງ Irina Bokova, ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ UNESCO ມີ​ການ​ຢ້ຽມຢາມ ​ແລະ ​ເຮັກ​ວຽກ​ຢູ່ ​ແຂ​ວງ ​ເທື່ອ​ທຽນ​ເຫ້ວ. ທີ່​ການ​ຕ້ອນຮັບ​ທ່ານ​ນາງ Irina Bokova, ທ່ານ ຫງວຽນ​ວັນ​ກາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ ​ເຫ້ວ, ຂໍ​ຂອບ​ອົກ​ຂອບ​​ໃຈ​ການ​ສະໜັບສະໜູນ, ການຊ່ວຍ​ເຫຼືອ ​ແລະ ການ​ຮ່ວມ​ມື​ຂອງ UNESCO ທີ່​ມີ​ຕໍ່ແຂ​ວງ ​ເທື່ອ​ທຽນ​ເຫ້ວ ​ໃນ​ຊຸມ​ປີຜ່ານມາ. ທ່ານ​ຢືນຢັນ​ການ​ຢ້ຽມຢາມ​ຂ​ອງທ່ານ​ນາງ Irina Bokova ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ເມື່ອແຂ​ວງ ​ເທື່ອ​ທຽນ​ເຫ້ວ ພວມ​ກະກຽມ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ວັນ​ກຸ່ມ​ປູຊະນີຍະສະຖານ ກຸ້ງ​ເກົ່າ ​ເຫ້ວ ​ໄດ້​ຮັບ​ການ​ຮັບ​ຮອງເປັນ​ມໍລະດົ​ກວັດທະ​ນະ​ທຳ ​ໂລກ, 10 ປີ​ແຫ່ງ​ດົນຕີ​ໃນ​ພະລາດ​ສະ​ວັງ ຫວຽດນາມ ​ໄດ້ຮັບ​ການຮັບ​ຮອງ​ວ່າເປັນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ທ່ານ​ນາງ Irina Bokova ​ໃຫ້​ຮູ້​ວ່າ: ​ໄລຍະ​ຈະ​ມາ​ເຖິງ, UNESCO ຈະ​ສືບ​ຕໍ່ຊ່ວຍ​ເຫຼືອ, ຮ່ວມ​ມື ​ແລະ ໜູນ​ຊ່ວຍ ແຂ​ວງ ​ເທື່ອ​ທຽນ​ເຫ້ວ ​ໃນ​ການ​ຮັກສາ ​ແລະ ປົກ​ປັກ​ຮັກສາ​ບັນດາ​ມໍລະດົກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ແມ່ນ​ຖ່າຍ​ທອດ​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ, ​ແບ່ງປັນ​ບົດຮຽນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ