ຝ່າຍຄ້ານຢູ່ໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານກົດໝາຍວ່າດ້ວຍ ການອະໄພຍະໂທດ

 ຝ່າຍຄ້ານຢູ່ໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານກົດໝາຍວ່າດ້ວຍ ການອະໄພຍະໂທດ - ảnh 1

(ພາບ: baodatviet.vn)

   (vovworld)-​​​​  ວັນ​ທີ 2/11, ຊາວ​ໄທ​ ນັບ​ພັນໆ​ຄົນ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​​ລັດຖະບານ ​ໄດ້​ເຕົ້າ​ໂຮມ​ຢູ່​ນະຄອນຫຼວງ​ບາງກອກ ພາຍຫຼັງ​ສະພາ​ຜູ້​ແທນ​ລາສະດອນ​ໄທ​ ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ ຊື່​ງຕາມ​ນັ້ນ​ແລ້ວ ອະນຸຍາດ​ໃຫ້​ທ່ານ​ນາຍົກລັດຖະມົນຕີຜູ້ທີ່​ຖືກ​ໂຄ່ນ​ລົ້ມທັກສິນ ຊີ​ນນາ​ວັດ ພວມ​ພັດ​ຖິ່ນ​ສາມາດ​ກັບ​ເມືອ​ປະ​ເທດ. ຕຳຫຼວດ​ໄທ​ ໃຫ້​ຮູ້​ວ່າ: ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປະມານ 3000 ຄົນ​ໄດ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ພັກ​ປະຊາທິປະ​ໄຕ​ຝ່າຍ​ຄ້ານ​ຈັດຕັ້ງຂຶ້ນ​ໃນ​ຕອນ​​ແລງ​ວັນ​ທີ 2/11 ​ແລະ ຄາດ​ວ່າ​ຈຳນວນ​ດັ່ງກ່າວ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ.

  ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ ສະພາ​ຜູ້​ແທນ​ລາສະດອນ​ໄທ​ ​ໃນ​ວັນ​ທີ 1/11 ຜ່ານ​ມາ ​ແລະ ຄາດ​ວ່າ​ຈະ​ຖືກ​ຍົກ​ອອກ​ມາ​ເພື່ອ​ໃຫ້​ວຸດ​ທິສະພາ​ໄທ ຮັບຮອງ​ເອົາ​ໃນ​ວັນ​ທີ 11/11 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ