ພັກປະຊາຊົນກຳປູເຈຍ ຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ສະພາສູງຊຸດທີ IV

(VOVWORLD) - ຕາມສະຖິຕິໃນເບື້ອງຕົ້ນສະແດງໃຫ້ເຫັນວ່າອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນ 99,79%.

ພັກປະຊາຊົນກຳປູເຈຍ ຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ສະພາສູງຊຸດທີ IV - ảnh 1 ປະທານພັກ CPP Hunsen

(ພາບ: Reuters)

ວັນທີ 25 ກຸມພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ປະກາດຜົນການນັບບັດໃນເບື້ອງຕົ້ນຂອງການເລືອກຕັ້ງສະພາສູງຊຸດທີ IV ເຊິ່ງໄດ້ດຳເນີນໃນວັນດຽວກັນ. ຕາມນັ້ນແລ້ວ, ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ໂດຍຍາດໄດ້ທັງໝົດ 58 ທີ່ນັ່ງທີ່ໄດ້ຮັບການເລືອກຕັ້ງ. ກ່ອນໜ້ານັ້ນ, NEC ໃຫ້ຮູ້ວ່າ: ຕາມສະຖິຕິໃນເບື້ອງຕົ້ນສະແດງໃຫ້ເຫັນວ່າອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນ 99,79%.

        ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງຄັ້ງນີ້ມີ 4 ພັກການເມືອງເຊິ່ງລວມມີ: ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ, ພັກ Funcinpec (FCP), ພັກຊາວໜຸ່ມ ກຳປູເຈຍ (CYP) ແລະ ພັກ ຂະແມ ປອງດອງຊາດ (KNUP). ສະພາສູງ ກຳປູເຈຍ ຊຸດທີ IV ມີ 62 ທີ່ນັ່ງ, ໃນນັ້ນມີ 58 ທີ່ນັ່ງຈະໄດ້ຮັບການເລືອກຕັ້ງໃນຄັ້ງນີ້, 2 ທີ່ນັ່ງໂດຍພະມະຫາກະສັດ ໂນໂຣດົມ ສີຫາໂມນີ ບົ່ງຕົວ ແລະ 2 ທີ່ນັ່ງທີ່ຍັງເຫຼືອແມ່ນໂດຍສະພາແຫ່ງຊາດເລືອກຕັ້ງ. ໝາກຜົນທາງການຈະໄດ້ຮັບການປະກາດໃນວັນທີ 3 ມີນາ ຖ້າບໍ່ມີກໍລະນີຮ້ອງຟ້ອງໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ