ພັກຝ່າຍຄ້ານໃຫຍ່ທີສອງຢູ່ຍີ່ປຸ່ນຖືກຍຸບເລີກຢ່າງເປັນທາງການ

ພັກຝ່າຍຄ້ານໃຫຍ່ທີສອງຢູ່ຍີ່ປຸ່ນຖືກຍຸບເລີກຢ່າງເປັນທາງການ - ảnh 1
ທ່ານ Toru Hashimoto
ພາບ:cdn.japandailypress.com


(vovworld)- ວັນ​ທີ 22/6, ພັກ JRP ຂອງ​ຍີ່​ປຸ່ນ ຊື່​ງ​ແມ່ນ​ພັກ​ໃຫຍ່​ທີ​ສອງ​ຢູ່ ຍີ່ປຸ່ນ ຖືກ​ຍຸບ​ເລີກ​ຢ່າງ​ເປັນ​ທາງ​ການ ພາຍຫລັງ​ວາລະ​ປະຊຸມ​ວິສາ​ມັນ​ທີ່ດຳ​ເນີນ​ໃນ​ວັນ​ດຽວ​ກັນ ຢູ່ Osaka. ປະທານ​ພັກ​ຮ່ວມ ສອງ​ທ່ານ ນັ້ນ​ແມ່ນ ທ່ານ Toru Hashimoto, ​ເຈົ້າ​ຄອງ​ນະຄອນ Osaka ​ແລະ ທ່ານ Shintaro Ishihara, ອະດີດ​ເຈົ້າ​ຄອງ​ນະຄອນ ​ໂຕ​ກຽວ ຕົກລົງ​ຍຸບ​ເລີກ​ພັກ JRP ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ສຳພັນ​ທະ​ມິດ​ກັບ​ພັກສາ​ມັກ​ຄີ, ກໍ​ແມ່ນພັກ​ຝ່າຍ​ຄ້ານ​ຢູ່ ຍີ່​ປຸ່ນ. ພາຍຫລັງ​ຍຸບ​ເລີກ,  ​ປະທານ​ພັກ​ຮ່ວມ​ສອງ​ທ່ານຂອງພັກ IRP ລ້ວນ​ແຕ່​ມີ​ແຜນການ​ສ້າງ​ຕັ້ງ​ພັກ​ການ​ເມືອງສະ​ເພາະ, ​ໃນ​ນັ້ນ ພັກການ​ເມືອງ​ຂອງ​ທ່ານ Toru Hashimoto ຈະ​ຮັກສາ​ຊື່​ຂອງ​ພັກ​ເກົ່າໄວ້.

ຂ່າວ/ບົດ​ອື່ນ