ພົດຈະນານຸກົມສັບພະວິຊາ ເຊັກໂກ - ຫວຽດ ຍາດໄດ້ລາງວັນວັດຈະນານຸກົມຂອງປີ 2020

(VOVWORLD) - ສະມາຄົມບັນດານັກແປພາສາ ແລະ ບັນນາທິການແປພາສາ ໄດ້ຄັດເລືອກ ແລະ ມອບລາງວັນສູງສຸດໃຫ້ແກ່ພົດຈະນານຸກົມສັບພະວິຊາ ສ.ເຊັກໂກ - ຫວຽດ ລວມມີ 6 ຫົວຂອງກຸ່ມນັກປະພັນແມ່ນທ່ານອະດີດປະລິນຍາເອກດ້ານພາສາ Ivo Vasilijev ແລະ ນັກວິສະວະກອນ ຫງວຽນກ໊ວຽດຕ໊ຽນ.
ພົດຈະນານຸກົມສັບພະວິຊາ ເຊັກໂກ - ຫວຽດ ຍາດໄດ້ລາງວັນວັດຈະນານຸກົມຂອງປີ 2020 - ảnh 1 ພົດຈະນານຸກົມສັບພະວິຊາ ເຊັກໂກ - ຫວຽດ ຍາດໄດ້ລາງວັນວັດຈະນານຸກົມຂອງປີ 2020 (ພາບ: Vietnam+)

        ພົດຈະນານຸກົມສັບພະວິຊາ ເຊັກໂກ - ຫວຽດ ນີ້ໄດ້ຮັບລາງວັນວັນນະຄະດີ ເຊັກໂກ ໃນປີ 2019 ຈາກສະມາຄົມນັກປະພັນ ສ.ເຊັກໂກ ມອບໃຫ້ໂດຍ 2 ນັກປະພັນແມ່ນ ທ່ານອະດີດປະລິນຍາເອກດ້ານພາສາ Ivo Vasilijev ແລະ ນັກວິສະວະກອນ ຫງວຽນກ໊ວຽດຕ໊ຽນ ພ້ອມດ້ວຍເພື່ອນຮ່ວມງານ ຮຽບຮຽງໃນເວລາ 12 ປີ. ພົດຈະນານຸກົມດັ່ງກ່າວລວມມີ 6 ຫົວ ບັນຈຸຄຳສັບປະມານ 120.000 ຄຳ, ບໍ່ພຽງແຕ່ກວມລວມເອົາບັນດາຄວາມຮູ້ກ່ຽວກັບດ້ານພາສາເທົ່ານັ້ນ ຫາກຍັງກ່ຽວກັບປະຫວັດສາດ, ວັດທະນະທຳຂອງ ຫວຽດນາມ ແລະ ເຊັກໂກ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ