ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) -ບັນດາແຂວງເຂດເຕີຍງວຽນ ແລະ ແຂວງແຄມທະເລພາກກາງ ຕ້ອງເອົາໃຈໃສ່ເຖິງບັນຫາວັດທະນະທຳຫຼາຍກວ່າອີກ.
ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ກອງປະຊຸມສຳມະນາ ຜັນຂະຫຍາຍການປະຕິບັດໂຄງການພັດທະນາເສດຖະກິດ - ສັງຄົມ, ອະນຸລັກຮັກສາເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ (ພາບ: baotainguyenmoitruong.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ຜັນຂະຫຍາຍການປະຕິບັດໂຄງການພັດທະນາເສດຖະກິດ - ສັງຄົມ, ອະນຸລັກຮັກສາເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນບໍລິເວນບັນດາແຂວງເຂດ ເຕີຍງວຽນ ແລະ ແຄມທະເລພາກກາງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 13 ມັງກອນ ຢູ່ນະຄອນ ບວນມາທວັດ, ແຂວງ ດັກລັກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ສະເໜີໃຫ້ບັນດາຜູ້ແທນ ຈົ່ງສຸມໃສ່ປຶກສາຫາລື, ເປັນເອກະພາບກັນກ່ຽວກັບມາດຕະການແກ້ໄຂ ເພື່ອປະຕິບັດໜ້າທີ່: ສ້າງລະບົບການເມືອງຂັ້ນຮາກຖານໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ; ພັດທະນາເສດຖະກິດສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໃຫ້ມີປະສິດທິຜົນ. ພິເສດ, ບັນດາແຂວງເຂດເຕີຍງວຽນ ແລະ ແຂວງແຄມທະເລພາກກາງ ຕ້ອງເອົາໃຈໃສ່ເຖິງບັນຫາວັດທະນະທຳຫຼາຍກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ