ພັດ​ທະ​ນາ​ໂປ​ຼແກຼມ​ຂໍ​້​ມູນ​ກ່ຽວ​ກັບ​ພົ​ນ​ລະ​ເມືອງ ເພື່ອ​ຮັ​ບ​ໃຊ້​ການ​ຫັນເປັນ​ດີ​ຈີ​ຕອນ​ແຫ່ງຊາດ​

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ລົງນາມຂໍ້ຕົກລົງວ່າດ້ວຍການອະນຸມັດແຜນຮ່າງພັດທະນາໂປຼແກຼມຂໍ້ມູນກ່ຽວກັບພົນລະເມືອງ, ລະຫັດສ່ວນຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກ ເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດ ໄລຍະ 2022 – 2025, ວິໄສທັດຮອດປີ 2030.

ພັດ​ທະ​ນາ​ໂປ​ຼແກຼມ​ຂໍ​້​ມູນ​ກ່ຽວ​ກັບ​ພົ​ນ​ລະ​ເມືອງ ເພື່ອ​ຮັ​ບ​ໃຊ້​ການ​ຫັນເປັນ​ດີ​ຈີ​ຕອນ​ແຫ່ງຊາດ​ - ảnh 1ພາບປະກອບ: TTXVN

ເປົ້າໝາຍສັງລວມຂອງແຜນຮ່າງແມ່ນສ້າງໂປຼແກຼມຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ, ລະບົບເລກລະຫັດສ່ວນຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກ, ບັດປະຈຳຕົວເອເລັກໂຕນິກ ໃນວິວັດການຫັນເປັນດີຈີຕອນແຫ່ງຊາດຢ່າງມີໄຫວພິບ, ປະດິດຄິດສ້າງໃຫ້ສອດຄ່ອງກັບໂຄງການຫັນເປັນດີຈີຕອນແຫ່ງຊາດ ຈົນຮອດປີ 2025, ກຳນົດທິດຮອດປີ 2030 ເພື່ອຮັບໃຊ້ 5 ກຸ່ມຜົນປະໂຫຍດ: ຮັບໃຊ້ການແກ້ໄຂການປະຕິບັດລະບຽບການບໍລິຫານ ແລະ ສະໜອງການບໍລິການສາທາລະນະທາງໄກ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ; ຮັບໃຊ້ພົນລະເມືອງດີຈີຕອນ, ສ້າງລະບົບນິເວດຮັບໃຊ້ການເຊື່ອມຕໍ່, ຂຸດຄົ້ນ, ເພີ່ມເຕີມຂໍ້ມູນກ່ຽວກັບພົນລະເມືອງ, ຮັບໃຊ້ການຊີ້ນຳ, ການບໍລິຫານຂອງການນຳທຸກຂັ້ນ ໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ