ພິທີປຸກລະດົມສັບປະດາປ້ອງກັນແລະຕ້ານໄພທຳມະຊາປີ 2019

(VOVWORLD) -ວັນທີ 14 ພຶດສະພາ ຢູ່ ຫາຍຟ່ອງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຕັ້ງພິທີປຸກລະດົມສັບປະດາປ້ອງກັນ ແລະ ຕ້ານໄພທຳມະຊາດປີ 2019. ນີ້ແມ່ນປີທຳອິດ ທົ່ວປະເທດຜັນຂະຫຍາຍສັບປະດາປ້ອງກັນ ແລະ ຕ້ານໄພທຳມະຊາດ.

ພິທີປຸກລະດົມສັບປະດາປ້ອງກັນແລະຕ້ານໄພທຳມະຊາປີ 2019  - ảnh 1  ທ່ານ ຈິ້ງດີງງຢູງ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນນະພິທີປຸກລະດົມ (ພາບ: Kinhtedothi.vn)

ກ່າວຄຳເຫັນນະພິທີ ທ່ານ ຈິ້ງດີງງຢູງ, ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ ໄດ້ຮັບຮູ້ ແລະ ຕີລາຄາສູງວຽກງານປ້ອງກັນ ຕ້ານໄພທຳມະຊາດ ຊື່ງໄດ້ຮັບຄວາມເອົາໃຈໃສ່ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງເປັນປະຈຳ, ພິເສດ ແມ່ນການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຂອງປະຊາຊົນ.ດ້ວຍຄວາມມານະພະຍາຍາມລວມຂອງທົ່ວສັງຄົມ, ວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ, ປະກອບສ່ວນປົກປ້ອງຊີວິດອີນຊີ, ຊັບສິນຂອງປະຊາຊົນ ແລະ ລັດ.

ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ບັນດາອົງການຈັດຕັ້ງສາກົນ, ບັນດາວິສາຫະກິດ ແລະ ພາກເອກະຊົນ, ບັນດາຜູ້ໃຈບຸນໃຈກຸສົນສືບຕໍ່ຫນູນຊ່ວຍ, ຊ່ວຍເຫລືອ ຮ່ວມເດີນທາງພ້ອມກັບລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດ ປ້ອງກັນ ຕ້ານໄພທຳມະຊາດ. -

ຕອບກັບ

ຂ່າວ/ບົດ​ອື່ນ