ພິທີປະກາດບົດລາຍງານວິສາຫະກິດຫວຽດນາມ 2014

ພິທີປະກາດບົດລາຍງານວິສາຫະກິດຫວຽດນາມ 2014 - ảnh 1
ພິທີ​ປະກາດ​ບົດ​ລາຍ​ງານ​​ວິ​ສາ​ຫະກິດ​ຫວຽດນາມ 2014
(ພາບ: Nguoiduatin)


​(vovworld) – ວັນ​ທີ 15/04, ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ໄດ້​ສົມທົບ​ກັບ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ຈັດ​ຕັ້ງ​ພິທີ​ປະກາດ​ບົດ​ລາຍ​ງານ​​ວິ​ສາ​ຫະກິດ​ຫວຽດນາມ 2014 ດ້ວຍ​ຫົວ​ຂໍ້ “ພັດທະນາ​ວິ​ສາ​ຫະກິດ​ໃນ​ການ​ດຳ​ເນີນທຸລະ​ກິດ​ກະສິກຳ”. ບົດ​ລາຍ​ງານສະພາບ​​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ 2014 - ທີ່​ພິທີ​ໄຈ້​ແຍກສາຍສຳພັນຢ່າງ​ແໜ້ນ​ແຟ້ນ​ລະຫວ່າງ​ການ​ພັດທະນາ​ວິ​ສາ​ຫະກິດ ​ແລ​ະ ຄຸນະພາບ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ຂົງ​ເຂດ​ກະສິກຳ​. ຕາມ​ນັ້ນ​ແລ້ວ, ພື້ນຖານ​ກະສິກຳ​ຫວຽດນາມ ​ມີ​ບົດບາດ​ສຳຄັນ​ໃນ​ການ​ຮັບປະກັນທັນ​ຍາ​ຫານ​ແຫ່ງ​ຊາດ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ແມ່ນ​​ແຫຼ່ງລາຍ​ຮັບ​ເງິນຕາ​ຕ່າງປະ​ເທດທີ່​ໃຫຍ່​ຫຼວງ ​ແລະ ປະກອບສ່ວນ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ - ສັງຄົມ. ​ແຕ່​ວ່າ, ຂົງ​ເຂດ​ກະສິກຳ​ຢູ່​ຫວຽດນາມ ຍັງ​ມີ​ສິ່ງ​ຈຳກັດຫຼາຍ​ຢ່າງ ​ແລະ ຫຼ​້າຫຼັງ​​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ. ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ອ່ອນ​ດ້ວຍດັ່ງກ່າວ, ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ກະສິກຳ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ມູນ​ຄ່າ​ຂອງ​ຜະລິດ​ຕະພັນ​ກະສິກຳ. ທ່ານ ມາຍ​ຊວນ​ຮຸ່ງ, ຮອງ​ຫົວໜ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ.

        “​ເຖິງ​ວ່າ​ສະພາບ​ເສດຖະກິດ​ພວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ຂະ​ແໜງ​ກະສິກຳ​ຍັງ​ຄົງ​ສືບ​ຕໍ່​ແມ່ນ​ເສົ້າ​ຄ້ຳ​ໃຫ້​ພື້ນຖານ​ເສດຖະກິດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ສາຍສຳພັນ​ລະຫວ່າງ​ຄອບຄົວ​ຊາວ​ກະສິກອນ, ວິ​ສາ​ຫະກິດ, ສະຫະກອນ, ບັນ​ດາ​ອົງການ​ວິ​ທະ​ຍາ​ສາດ ຈະ​​ເສີມ​ຂະຫຍາຍ​ບົດບາດ ​ແລະ ປະສິດທິ​ຜົນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ກະສິກ​ໄດ້ຳ ຕາມ​ທິດ​ຜະລິດ​ສິນຄ້າ​ໃຫຍ່, ຍົກ​ສູງຄຸນ​ນະພາ​ບຜະລິດ​ຕະພັນ, ຍູ້​ແຮງ​ການ​ສົ່ງ​ອອກ, ​ການ​ຜະລິດ​ກະສິກຳ ຕິດ​ພັນ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ​ເພີ່ມ​ຄວາມ​ສາມາດແກ່ງ​ແຍ້​ງ”.

ຂ່າວ/ບົດ​ອື່ນ