ພິທີມອບລາງວັນການເສັງຂຽນຊາວໜຸ່ມ,ຫວຽດນາມຢູ່ຕ່າງປະເທດກັບໜ້າທີ່ປົກປັກຮັກສາອະທິປະໄຕທະເລ

ພິທີມອບລາງວັນການເສັງຂຽນຊາວໜຸ່ມ,ຫວຽດນາມຢູ່ຕ່າງປະເທດກັບໜ້າທີ່ປົກປັກຮັກສາອະທິປະໄຕທະເລ - ảnh 1
(​ພິ​ທີ​ມອບ​ລາງວັນ​)

(vovworld) - ​​ຕອນ​ຄ່ຳ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງຖະ​ແຫຼງ​ຂ່າວ​ ແລະ ສື່​ສານ ໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ການ​ເສັງ​ຂຽນ “ຊາວ​ໜຸ່ມ, ນັກ​ສຶ​ກ​ສາ​ຫວຽດ​ນາມ​​ ອາ​ໄສຢູ່​ຕ່າງ​ປະ​ເທດ​ ກັບ​ໜ້າ​ທີ່​ປົກ​ປັກ​ຮັກ​ສ​າ​ອ​ະ​ທິ​ປະ​ໄຕ​ທະ​ເລ, ເກາະ​ຫວຽດ​ນາມ”. ການ​ເສັງ​ນີ້​ສະ​ຫງວນ​ໃຫ້​ເປົ້າ​ໝາຍ​ແມ່ນ​ຊາວ​ຫ​ວຽດ​ນາມ ​ທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ, ໃນ​ເກນອາ​ຍຸ​ແຕ່ 16 ຫາ 35 ປີ. ການ​ເສັງ​ເລີ່ມ​ດຳ​ເນີນ​ແຕ່​ເດືອນ 07 ຫາ​ເດືອນ 12/2016. ໃນ​ໄລ​ຍະ​ດຳ​ເນີນ​ການ​ເສັງ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ເສັງ 202 ​ບົດ​ຝາກ​ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ອັງ​ກິດ, ລັດ​ເຊຍ, ຈີນ, ລາວ… ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເຈືອງ​ມິງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ເນັ້ນ​ໜັກ​ວ່າ.

        “ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄື​ໃນ​ປະ​ຈຸ​ບັນ, ຊາວ​ໜຸ່​ມ​ຫວຽດ​ນາມ ແຕ່​ລະ​ຄົນ ຄວນ​ຍົກ​ສ​ູງ​​ສະ​ຕິ​​ລະ​ວັງຕົວ, ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງ, ເຂົ້າ​ໃຈ​ແຈ້ງ​ບັນ​ດາ​ທັດ​ສະ​ນະ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ຫວຽດ​ນາມ ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເພື່ອ​ຈາກນັ້ນ​​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ, ຄົບ​ຖ​້ວນ, ບໍ່​ປະ​ໃຫ້​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ແກ່​ດຶງ, ຍຸ້ແຍ່, ກໍ່​ຄວາມ​​ຂາດ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ, ແບ່ງ​ແຍກ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຕັດ​ສິນ​ໃຈ​ຮັກ​ສາ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ຊຸກ​ຍູ້​ປະ​ເທດ​ຊາ​ດ​ໃຫ້​ນັບ​ມື້​ນັບ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ.”

        ນັກ​ປະ​ພັ​ນ ຫງວຽນ​ດິ່ງ​ຟຸກ ແລະ ເລກ໋ວກ​ຈ໋ຽນ ສັງ​ກັດ​ກຸ​່ມ VietData (ສະ​ຫະ​ພັນ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ) ຍາດ​ໄດ້​ລາງວັນ​ທີ 1 ດ້ວຍ​ບົດ​ຂຽນ “ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ, ຖານ​ຂໍ້​ມູນ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຫວຽດ​ນາມ”.

ຂ່າວ/ບົດ​ອື່ນ