ພິທີລົງນາມຮ່ວມມືລະຫວ່າງ Dai-ichi Life ຫວຽດນາມ ແລະ ທະນາຄານ SHB

(VOVWORLD) - ຕອນບ່າຍວັນທີ 05 ຕຸລາ ຢູ່ຮ່າໂນ້ຍ, ບໍລິສັດປະກັນຊີວິດ Dai – ichi ຫວຽດນາມ (Dai-ichi Life ຫວຽດນາມ) ແລະ ທະນາຄານການຄ້າຫຸ້ນສ່ວນ ໄຊງ່ອນ - ຮ່າໂນ້ຍ (SHB) ຈັດຕັ້ງພິທີລົງນາມການຮ່ວມມືຍຸດທະສາດໃນໄລຍະ 15 ປີ. 
ພິທີລົງນາມຮ່ວມມືລະຫວ່າງ Dai-ichi Life ຫວຽດນາມ ແລະ ທະນາຄານ SHB - ảnh 1 ພິທີລົງນາມຮ່ວມມືລະຫວ່າງ Dai-ichi Life ຫວຽດນາມ ແລະ ທະນາຄານ SHB (ພາບ: ອິນເຕີແນັດ)

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນກຽດເຂົ້າຮ່ວມພິທີລົງນາມ. ດ້ວຍຂໍ້ຕົກລົງຮ່ວມມືຍຸດທະສາດດັ່ງກ່າວ, ບໍລິສັດປະກັນຊີວິດ  Dai – ichi ຫວຽດນາມ ແມ່ນຄູ່ຮ່ວມມືມີສິດຜູກຂາດແຈກຢາຍບັນດາຜະລິດຕະພັນປະກັນຊີວິດທັງໝົດ ແລະ ບັນດາສິດຜົນປະໂຫຍດໜູນຊ່ວຍບຸລິມະສິດຕາມການເລືອກເຟັ້ນຂອງລູກຄ້າທະນາຄານການຄ້າຫຸ້ນສ່ວນ ໄຊງ່ອນ - ຮ່າໂນ້ຍ (SHB) ໃນໄລຍະ 15 ປີ. ຕາມນັ້ນແລ້ວ ບັນດາລູກຄ້າຂອງທະນາຄານການຄ້າຫຸ້ນສ່ວນ ໄຊງ່ອນ - ຮ່າໂນ້ຍ (SHB) ທັງໝົດ ຈະໄດ້ຮັບການແນະນຳ ແລະ ສຳຜັດກັບບັນດາມາດຕະການຄົບຊຸດ ທັງດ້ານທະນາຄານ ແລະ ການປະກັນໄພຢູ່ ຫວຽດນາມ. ພ້ອມກັບ ບັນດາຜະລິດຕະພັນປະກັນໄພທີ່ມີຢູ່ແລ້ວຂອງ Dai-ichi Life ຫວຽດນາມ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສົມທົບກັນ ເພື່ອສ້າງບັນດາຜະລິດຕະພັນໃຫ້ເໝາະສົມກັບຄວາມຕ້ອງການສະເພາະໃຫ້ແຕ່ລະໝວດລູກຄ້າຂອງທະນາຄານ SHB ເພື່ອແນໃສ່ນຳມາໃຫ້ລູກຄ້າຜົນປະໂຫຍດ ແລະ ມຸນຄ່າໂດດເດັ່ນຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ