ທະນາຄານ UOB: ຄາດຄະເນວ່າ ການເຕີບໂຕຂອງ ຫວຽດນາມ ຈະບັນລຸ 6% ໃນປີ 2024

(VOVWORLD) - ຫວຽດນາມ ບັນລຸລະດັບເຕີບໂຕກວ່າ 5.6% ໃນໄຕມາດທີ 1 ຜ່ານມາ, ຍ້ອນການຟື້ນຟູທັງໃນຂົງເຂດຜະລິດ ແລະ ການບໍລິການ, ກໍຄືລະດັບຄວາມໄວໃນການເຄື່ອນໄຫວດ້ານການຄ້າກັບພາຍນອກ.

        ໃນບົດລາຍງານການຄາດຄະເນການເຕີບໂຕເສດຖະກິດໃນໄຕມາດທີ 2 ທີ່ປະກາດໃນວັນທີ 10 ມິຖຸນາ, ທະນາຄານ UOB (ສິງກະໂປ) ໄດ້ຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 2 ຈະເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນ 6,0% ໃນປີ 2024. ຕາມບົດລາຍງານແລ້ວ, ຫວຽດນາມ ບັນລຸລະດັບເຕີບໂຕກວ່າ 5.6% ໃນໄຕມາດທີ 1 ຜ່ານມາ, ຍ້ອນການຟື້ນຟູທັງໃນຂົງເຂດຜະລິດ ແລະ ການບໍລິການ, ກໍຄືລະດັບຄວາມໄວໃນການເຄື່ອນໄຫວດ້ານການຄ້າກັບພາຍນອກ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ກໍ່ມີຄວາມປະເອີບໃຈພໍສົນຄວນເຊິ່ງຊີ້ໃຫ້ເຫັນວ່າ, ບັນດານັກລົງທຶນທີ່ລົງທຶນ ສືບຕໍ່ເຊື່ອໝັ້ນສະພາບການການເມືອງ ແລະ ຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ.

        ໃນຂະນະນັ້ນ, ວັນທີ 10 ມິຖຸນາ, ຢູ່ ມາເລເຊຍ, ບໍລິສັດ Maybank Research Pte Ltd ກໍ່ປະກາດການຄາດຄະເນຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ຈະບັນລຸລະດັບເຕີບໂຕທີ່ດີໃນປີ 2024 ແລະ 2025.

ຕອບກັບ

ຂ່າວ/ບົດ​ອື່ນ