ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ໄດ້​ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ

(VOVWORLD) - ໂດຍເຊື່ອມຕົວເຂົ້າກັບບັນຍາກາດສະເຫຼີມສະຫຼອງ ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ ຫວຽດນາມ, ວັນທີ 29 ເມສາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດໃນໂລກ ໄດ້ຈັດບັນດາພິທີຢ່າງສົມກຽດ ເພື່ອແນໃສ່ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເຈົ້າຊີວິດຮຸ່ງ.

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ໄດ້​ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ - ảnh 1ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຈັດຂຶ້ນຢູ່ ລັດເຊຍ

ຢູ່ສຳນັກງານ ສະມາຄົມໃຫຍ່ ຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ (ລາວ), ສະມາຄົມໃຫຍ່ ຊາວຫວຽດນາມ ອາໄສຢູ່ລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ 2023 ຢ່າງສົມກຽດ.

ເຂົ້າຮ່ວມພິທີ ມີປະຊາຄົມຊາວຫວຽດນາມ ເປັນຈຳນວນຫຼາຍ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ ແລະ ຜູ້ຕາງໜ້າປະຊາຊົນທີ່ມາຈາກຫຼາຍປະເທດພວມອາໄສຢູ່ລາວ… ໃນບັນຍາກາດສັກກະລະບູຊານັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ພ້ອມກັບຜູ້ຕາງໜ້າບັນດາອົງການປະຊາຄົມທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຖະຫວາຍທູບທຽນ, ດອກໄມ້ ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ 18 ອົງ ແລະ ບັນພະບຸລຸດ.

ຢູ່ໄທ, ປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ ອຸດອນທານີ, ພາກອີສານ ໄທ ໄດ້ເປັນກຽດຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ2023. ນີ້ແມ່ນປີ ທີ 5 ຢ່າງລຽນຕິດ ພິທີໄຫວ້ບູຊາເຈົ້າຊີວິດ ໄດ້ຮັບການຈັດຕັ້ງຈາກພໍ່ແມ່ປະຊາຊົນຢູ່ທີ່ນີ້ ເຊິ່ງສະແດງຄວາມເຄົາລົບນັບຖືຕໍ່ຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງເຈົ້າຊີວິດຮຸ່ງ.

ຢູ່ສະຫະພັນ ລັດເຊຍ, ສະຖາບັນໂຮ່ຈີມິນ ຂຶ້ນກັບ ມະຫາວິທະຍາໄລສັງລວມແຫ່ງຊາດ St. Petersburg ເປັນກຽດ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ທົ່ວໂລກ ດ້ວຍການເຂົ້າຮ່ວມເປັນຈຳນວນຫຼາຍຂອງພໍ່ແມ່ປະຊາຊົນຫວຽດນາມ, ນັກສຶກສາພວມຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ St. Petersburg, ກໍ່ຄືເພື່ອນມິດລັດເຊຍ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ