ພົນເອກຟູ່ງກວາງແທງຕ້ອນຮັບເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກາໂປ

ພົນເອກຟູ່ງກວາງແທງຕ້ອນຮັບເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກາໂປ - ảnh 1

ພົນ​ເອກ​ຟູ່ງກວາງ​ແທງ​ຕ້ອນຮັບ​ເລຂາ​ຜູ້​ປະຈຳການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກາ​ໂປ​

(ພາບ: Trọng Đức/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 22/7, ທີ່​ການ​ຕ້ອນຮັບທ່ານ Chan Yeng Kit, ​ເລຂາ​ຜູ້​ປະຈຳການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ສິງ​ກາ​ໂປ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ: ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (ປີ 1973) ການ​ພົວພັນ​ຮ່ວມ​ມື ຫວຽດນາມ ​ແລະ ສິງ​ກາ​​ໂປ ພັດທະນາ​ຢ່າງຮອບດ້ານ, ​ໃນ​ນັ້ນ​ມີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ. ສອງ ຝ່າຍ​ໄດ້​ເຊັນ​ຂໍ​້ຕົກລົງ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ປັບປຸງ​ການ​ພົວພັນ​ປ້ອງ​ກັນຊາ​ດ​ເປັນ​ປະຈ​ຳ ດ້ວຍ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະຫານ, ການ​ຮ່ວມ​ມື​ທະຫານ​​ເຮືອ, ​ເສນາ​ຮັກ, ອຸດສາຫະກຳ​ປ້ອງ​ກັນຊາ​ດ, ບຳລຸງ​ສ້າງ​ດ້ານ​ພາສາ, ​ແລກ​ປ່ຽນ​ບົດຮຽນ​ໃນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ພົນ​ເອກ​ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນປະ​ເທດ 2 ປະ​ເທດຄວນ​ສ້າງ​ແຜນການ​ຮ່ວມ​ມື​ຍາວ​ນານ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະນະ​ພ້ອມ​ກັນ​ຊອກ​ຫາ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ​ໃນ​ໂຄງການ​ຮ່ວມ​ມື​ເພື່ອ​ບັນລຸ​ໄດ້​ປະສິດທິ​ຜົນ​ສູງ​ສຸດ.

 



ຂ່າວ/ບົດ​ອື່ນ