ພົບ​ປະກັບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຢູ່ ຢູ​ແກຼນ

(VOVWORLD) -ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທກ ກັບປະຊາຄົມວິສາຫະກິດ ຫວຽດນາມ ປະຈຳ ຢູແກຼນ ຖືກຈັດຕັ້ງເພື່ອແນໃສ່ແລກປ່ຽນບັນດາມາດຕະການຜ່ານຜ່າໂລກລະບາດໂຄວິດ-19 ແລະ ຊຸກຍູ້ການຮ່ວມມື, ດຳເນີນທຸລະກິດລະຫວ່າງ ປະຊາຄົມວິສາຫະກິດສອງປະເທດ.
ພົບ​ປະກັບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຢູ່ ຢູ​ແກຼນ - ảnh 1ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທກ ກັບປະຊາຄົມວິສາຫະກິດ ຫວຽດນາມ ປະຈຳ ຢູແກຼນ 

ວັນທີ 22 ທັນວາ, ສະຖານທູດຫວຽດນາມ ແລະ ຫ້ອງການການຄ້າ ຫວຽດນາມ ປະຈຳ ຢູແກຼນ ໄດ້ຈັດຕັ້ງການພົບປະລະຫວ່າງທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທກ ກັບປະຊາຄົມວິສາຫະກິດ ຫວຽດນາມ ປະຈຳ ຢູແກຼນ ເພື່ອແນໃສ່ແລກປ່ຽນບັນດາມາດຕະການຜ່ານຜ່າໂລກລະບາດໂຄວິດ-19 ແລະ ຊຸກຍູ້ການຮ່ວມມື, ດຳເນີນທຸລະກິດລະຫວ່າງ ປະຊາຄົມວິສາຫະກິດສອງປະເທດ.

        ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທກ ສະເໜີໃຫ້ບັນດາວິສາຫະກິດ ຈົ່ງຄົ້ນຄວ້າ, ຊອກຫາທິດກ້າວເດີນໃໝ່ເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ. ບັນດາວິສາຫະກິດ ໄດ້ປຶກສາຫາລືກ່ຽວກັບບັນດາຂົງເຂດ ເຊິ່ງສອງປະເທດສາມາດເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນການທ່ອງທ່ຽວ ແລະ ເຕັກໂນໂລຢີສູງ. ບັນດາວິສາຫະກິດກໍແລກປ່ຽນຫຼາຍຮູບການດຳເນີນທຸລະກິດ ທີ່ອາດຈະປະຕິບັດໄດ້ ເພື່ອເປີດກວ້າງການດຳເນີນທຸລະກິດ, ທັງດຶງດູດແຮງງານ ຫວຽດນາມ ໃນສະພາບການທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ