ພຽງຢາງກ່າວຫາອາເມລິກາກໍ່ຄວາມເຄັ່ງຕຶງໃນແຫຼມເກົາຫຼີ

ພຽງຢາງກ່າວຫາອາເມລິກາກໍ່ຄວາມເຄັ່ງຕຶງໃນແຫຼມເກົາຫຼີ  - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.ປ.ປ​ເກົາຫຼີ Pak Kil Yon 
ທີ່​ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ​
(ພາບ : AP)

(Vovworld)-  ບັນດານະໂຍບາຍເປັນປໍລະປັກຂອງອາເມລິກາແມ່ນສາຍເຫດ ພາໃຫ້ສືບ​ຕໍ່​ມີ​ຄວາມ​ເຄັ່ງ​ຕຶງ​ໃນແຫຼມເກົາຫຼີ ​ແລະ ຄວນ​ຢຸດຕິ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ບັນຊາ​ການ​ແຫ່ງ​ສະຫະ​ປະຊາ​ຊາດ​ຢູ່​ພາກ​ພື້ນ​ນີ້. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງ ຂອງ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.ປ.ປ​ເກົາຫຼີ Pak Kil Yon ທີ່​ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ​ຄັ້ງ​ທີ່ 68 ຊຶ່ງ​ຈັດ​ຂຶ້ນ​ຢູ່ ອາເມລິກາ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດວຽກ​ມື້​ສຸດ​ທ້າຍ​ຂອງ​ວາລະ​ປະຊຸມ​ຂັ້ນ​ສູງ ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ​ຄັ້ງ​ທີ່ 68 , ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.ປ.ປ​ເກົາຫຼີ Pak Kil Yon ຖືວ່າ ອາເມລິກາພວມມີເຈດຈຳນົງ ຈັດວາງດ້ານການທະຫານທີ່ ມີຕໍ່ເຂດ ອາຊີຕາເວັນອອກສ່ຽງເໜືອ ແລະ ໄດ້ກຳນົດ ສ.ປ.ປ​ເກົາຫຼີ ແມ່ນເປົ້າໝາຍບຸກໂຈມຕີ. ທ່ານຢືນຢັນວ່າ ອາເມລິກາພວມສວຍໃຊ້ສິດອຳນາດຂອງ ສະພາ ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ແລະ ມະຕິຊຶ່ງອົງການນີ້ຮັບຮອງເອົາເມືອ່​ເດືອນມັງກອນຜ່ານ​ມາເພື່ອ ເພີ່ມທະວີຄຳສັ່ງ ລົງໂທດຕ້ານ ສ.ປ.ປ​ເກົາຫຼີ ຍ້ອນກໍລະນີຍິງລູກສອຍໄຟ ໄລຍະໄກ ແມ່ນບໍ່ຍຸຕິທຳ.

 

ຂ່າວ/ບົດ​ອື່ນ