ຟີລີບປິນຊອກຫາຂໍ້ລິເລີ່ມດ້ານການທູດໃນບັນຫາທະເລຕາເວັນອອກ

ຟີລີບປິນຊອກຫາຂໍ້ລິເລີ່ມດ້ານການທູດໃນບັນຫາທະເລຕາເວັນອອກ - ảnh 1
ທ່ານ Perfecto Yasay ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ
(ພາບ: Reuters)

(vovworld) – ​ ວັນ​ທີ 22/12 ທ່ານ Perfecto Yasay ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ພວມ “ຊັ່ງຊາ​ບັນດາ​ຂໍ້​ລິ​ເລີ່​ມດ້ານການທູດ ​ແລະ ລະບຽບ​ການ​ນິຕິ​ກຳ ​ເຊິ່ງກົດໝາຍ​ສາກົນ​​ອະນຸຍາດ”, ພາຍຫລັງ​ມີຂ່າວ​ກ່ຽວ​ກັບ​ເລື່ອງ ຈີນ ຜັນ​ຂະຫຍາຍ​ລະບົບ​ອາວຸດ​ຢູ່ບັນດາ​ເຂດ​ເຊິ່ງ ປັກ​ກີ​ງ ຖະ​ແຫຼ​ງອະທິປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກ. ອາທິດ​ແລ້ວນີ້ ສູນ​​ຄົ້ນຄວ້າຍຸດ​ທະ​ສາດ ​ແລະ ສາກົນ (CSIS - ມີ​ສຳນັກງານ​ຢູ່ ວໍ​ຊິງ​ຕັນ, ອາ​ເມ​ລິ​ກາ) ຍົກ​ອອກ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວດ້ານການ​ທະຫານຢ່າງ​ຈະ​ແຈ້ງ​ຂອງ ຈີນ ​ໃນ​ເຂດ​ທະ​ເລທີ່​ມີ​ຄວາມ​ຂັດ​ແຍ້​ງກັນ, ​ເຊິ່ງລວມມີ​ເຂດ​ທີ່​ນອນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ (EEZ) ຂອງ ຟີ​ລີບ​ປິນ ຕາມ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS). ປະຕິກິລິຍາ​ຕໍ່​ບົດ​ລາຍ​ງານ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Yasay ​ໃຫ້​ຮູ້​ວ່າ: ລັດຖະບານ ຟີ​ລີບ​ປິນ ພວມ​ສືບ​ຕໍ່ຮັບ​ເອົາ​ຂໍ້​ມູນ​ຂ່າວ​ເພື່ອ​ຮັບ​ຮູ້. ທ່ານ​ຍັງ​ຢືນຢັນ​ວ່າ: ຟີ​ລີບ​ປິນ ວິຕົກ​ກັງວົນທີ່​ສຸດ ຖ້າ​ຫາກວ່າ​ບັນດາ​ຂໍ້​ມູນ​ຂ່າວ​ດັ່ງກ່າວ​ແມ່ນ​ຖືກຕ້ອງ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ ບັນດາ​ການ​ກະທຳ​ນີ້ ພຽງ​ແຕ່​ເຮັດ​ໃຫ້ ​ຄວາມ​ເຄັ່ງ​ຕຶງ​ທີ່ມີ​ຢູ່​ແລ້ວເພີ່ມ​ຂຶ້ນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ ບໍ່​ເປີດ​ເຜີຍ​ລາຍ​ລະອຽດ​ກ່ຽວ​ກັບ​ບັນດາ​ຂໍ້​ລິ​ເລີ່​ມ ດ້ານການທູດ​ ກໍ່​ຄື​ລະບຽບ​ການນິຕິ​ກຳຕາມ​ກົດໝາຍ​ສາກົນ ​ເຊິ່ງທ່ານ​ໄດ້​ເຕື້ອງ​ເຖິງ.

ຂ່າວ/ບົດ​ອື່ນ