ຟູ໋ເທາະ:ກຽມພ້ອມໃຫ້ແກ່ວັນໄຫວ້ບູຊາເຈົ້າຊີວິດຮຸ່ງແລະງານບຸນວິຫານຮຸ່ງ2014

ຟູ໋ເທາະ:ກຽມພ້ອມໃຫ້ແກ່ວັນໄຫວ້ບູຊາເຈົ້າຊີວິດຮຸ່ງແລະງານບຸນວິຫານຮຸ່ງ2014 - ảnh 1
(ພາບປະກອບຈາກ TTXVN)

(vovworld) – ​ເຖີງວ່າ​ຍັງ​ອີກໜຶ່ງກວ່າ​ເດືອນ​ຈຶ່ງຮອດວັນ​ໄຫວ້​ບູຊາ​ເຈົ້າຊີວິດ ຮຸ່ງ ​ແລະ ງານບຸນ​ວິຫານ ຮຸ່ງ ປີ 2014 ກໍ່ຕາມ, ​ແຕ່​​ເຂດ​ປູຊະນີຍະ​ຊະ​ຖານປະຫວັດສາດ​​ວິຫານ ຮຸ່ງ ​ໄດ້ ​ແລະ ພວມຕັ້ງໜ້າກະກຽມ​ບັນດາ​ເງື່ອນ​ໄຂ​​ຈຳ​ເປັນຕ່າງໆ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ງານບຸນ​ປີນີ້. ທ່ານ ລຶວກວາງ​ຮຸຍ, ຫົວໜ້າ​ເຂດ​​ປູຊະນີຍະ​ຊະ​ຖານ​ປະຫວັດສາດ​​ວິຫານ ຮຸ່ງ ​ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນປີ, ​ເຂດ​ປູຊະນີຍະ​ຊະ​ຖານນີ້​ ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ວຽກງານ​ອັນ​ລະອຽດ, ​ບັນດາ​ກິດຈະກຳ​ຍ່ອຍ​ທີ່​ຈຳ​ເປັນ​ສຳ​ເລັດ​ກ່ອນ​ວັນ​ທີ 20/2 ( ​ໄລ່​ຕາມຈັນທະ​ປະຕິທິນ) ​ເພື່ອ​ຕ້ອນຮັບ​ແຂກ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ.

    ວັນ​ໄຫວ້​ບູຊາ​ເຈົ້າຊີວິດ ຮຸ່ງ ​ແລະ ງານບຸນ​ວິຫານ ຮຸ່ງ ປີ 2014 ​ຖືກຈັດຕັ້ງ​ໃນ 5 ວັນ, 6-10/3 (ຕາມ​ຈັນທະ​ປະຕິທິນ) ​ແມ່ນວັນ​ທີ 5-9/4-2014 ທີ່ເຂດ​ປູຊະນີຍະ​ຊະ​ຖານ​ປະຫວັດສາດ​​ວິຫານ ຮຸ່ງ, ນະຄອນ ຫວຽດຈີ່ ​ແລະ ບັນດາ​ຕາ​ແສງ, ​ບັນດາ​ເມືອງ​ຢູ່​​ອ້ອມພະ​ວິຫານ ຮຸ່ງ; ບັນດາ​ເຂດບູຊາ​​ເຈົ້າຊີວິດ ຮຸ່ງ ​ແລະ ບັນດາ​ບຸລຸດ​ຜູ້​ມີ​ຊື່ສຽງ​ໃນ​ສະ​ໄໝລາດ​ຊະ​ວົງ​ ຮຸ່ງ ຢູ່​ໃນ​​ແຂວງ ຟູ໋​ເທາະ.



ຂ່າວ/ບົດ​ອື່ນ