ມີ ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 132 ປ​ີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ຕອນຄ່ຳວັນທີ 18 ພຶດສະພາ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ລຸງໂຮ່ຄວາມຮັກທີ່ກວ້າງໃຫຍ່ໄພສານ” ໄດ້ດຳເນີນຢູ່ຮ່າໂນ້ຍ. ລາຍການໄດ້ສະແດງໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນປະເທດຊາດ, ນ້ຳໃຈຂອງປະຊາຊົນທຸກແຖບຖິ່ນໃນທົ່ວປະເທດ ທີ່ມີຕໍ່ປະທານໂຮ່ຈີມິນ.
ມີ ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 132 ປ​ີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ລາຍການສະແດງສິລະປະດ້ວຍຫົວຂໍ້ “ລຸງໂຮ່ຄວາມຮັກທີ່ກວ້າງໃຫຍ່ໄພສານ” (ພາບ: baovanhoa.vn)

ມີຮູບພາບ, ເອກະສານລ້ຳຄ່າຫຼາຍຢ່າງກ່ຽວກັບເພິ່ນ ໄດ້ນຳເຂົ້າໃນບົດເພງ, ປະສົມກັບຈັງຫວະ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທີ່ສຸດ.

        ການສະເຫຼີມສະຫລອງ 132 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ໃນລະຫວ່າງວັນທີ 16 – 19 ພຶດສະພາ, ຢູ່ຕາແສງ ກິມລຽນ, ເມືອງນາມດ່ານ ໄດ້ດຳເນີນການເຄື່ອນໄຫວຕ່າງໆ.

        ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ກິມລຽນ ໄດ້ຈັດຕັ້ງການວາງສະແດງດ້ວຍຫົວຂໍ້ວ່າ “ຊື່ປະທານໂຮ່ຈີມິນ ສຸດທີ່ງາມ” ເຊິ່ງໄດ້ແນະນຳພາບຖ່າຍ, ເອກະສານ 144 ຢ່າງກ່ຽວກັບພາລະກິດປະຕິວັດ, ການເມືອງ, ວັດທະນະທຳອັນສູງສົ່ງຂອງ ປະທານໂຮ່ຈີມິນ.

        ໂດຍນອນໃນບັນດາການເຄື່ອນໄຫວຢູ່ວັນບຸນໝູ່ບ້ານແຊນ 2022, ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ: “ເງະອານ - ໝູ່ບ້ານແຊນ ບ້ານເກີດຂອງລຸງໂຮ່, ນະຄອນໂຮ່ຈີມິນ - ນະຄອນຊື່ຄຳ” ໂດຍພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ເງະອານ ແລະ ນະຄອນໂຮ່ຈີມິນ ສົມທົບກັນຈັດຂຶ້ນເຊິ່ງຈະດຳເນີນຢູ່ສະໜາມຫຼວງ ໂຮ່ຈີມິນ (ນະຄອນວິງ) ໃນຕອນຄ່ຳວັນທີ 19 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ