ມີກາລະໂອກາດຫຼາຍຢ່າງໃນການສົ່ງອອກສິນໃນນ້ຳໄປຍັງຕະຫຼາດອົດສະຕາລີ

(VOVWORLD) -ທັງ 2 ຝ່າຍຄວນເພີ່ມທະວີການຮ່ວມມືໃນການແບ່ງປັນຂໍ້ມູນຂ່າວສານ, ໜູນຊ່ວຍດ້ານເຕັກນິກເພື່ອໃຫ້ບັນດານັກຜະລິດຂອງຫວຽດນາມ ຕອບສະໜອງມາດຕະຖານກັກກັນພະຍາດຂອງ ອົດສະຕາລີ ໃຫ້ນັບມື້ນັບເປັນຢ່າງດີກວ່າ.
ມີກາລະໂອກາດຫຼາຍຢ່າງໃນການສົ່ງອອກສິນໃນນ້ຳໄປຍັງຕະຫຼາດອົດສະຕາລີ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູກວາງມິງ
(ພາບ: TTXVN)

ວັນທີ 01 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ຈັດກອງປະຊຸມສຳມະນາ “ສົ່ງເສີມການສົ່ງອອກສິນໃນນ້ຳໄປຍັງຕະຫຼາດ ອົດສະຕາລີ” ແບບທາງໄກ ສົມທົບກັບໂດຍກົງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູກວາງມິງ ສະເໜີໃຫ້ກະຊວງກະສິກຳ, ແຫຼ່ງນ້ຳ ແລະ ສິ່ງແວດລ້ອມ ອົດສະຕາລີ ແລະ ບັນດາສະຫະສະມາຄົມ, ວິສາຫະກິດນຳເຂົ້າຂອງ ອົດສະຕາລີ ເພີ່ມທະວີການຮ່ວມມື, ສະໜອງຂໍ້ມູນຂ່າວສານ, ຍູ້ແຮງການນຳເຂົ້າສິນໃນນ້ຳຂອງຫວຽດນາມ. ໃນໄລຍະຈະມາເຖິງ, ຫວຽດນາມ ໄດ້ສ້າງແຜນການເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຊີ, ຕອບສະໜອງຕາມມາດຕະຖານການຜະລິດ ໄປພ້ອມກັບການປົກປັກຮັກສາສິ່ງແວດລ້ອມ, ພ້ອມທັງຊຸກຍູ້ການຄົ້ນຄວ້າເພື່ອຮັບປະກັນຄວາມປອດໄພດ້ານຊີວະວິທະຍາ ແລະ ສະບຽງອາຫານ.

        ສ່ວນທ່ານລັດຖະມົນຕີກະຊວງກະສິກຳ, ແຫຼ່ງນ້ຳ ແລະ ສິ່ງແວດລ້ອມ ອົດສະຕາລີ Andrew Metcalfe ໃຫ້ຮູ້ວ່າ, ເພື່ອໃຫ້ສິນໃນນ້ຳຂອງ ຫວຽດນາມ ນັບມື້ນັບມີຫຼາຍກວ່າຢູ່ຕະຫຼາດ ອົດສະຕາລີ, ທັງ 2 ຝ່າຍຄວນເພີ່ມທະວີການຮ່ວມມືໃນການແບ່ງປັນຂໍ້ມູນຂ່າວສານ, ໜູນຊ່ວຍດ້ານເຕັກນິກເພື່ອໃຫ້ບັນດານັກຜະລິດຂອງຫວຽດນາມ ຕອບສະໜອງມາດຕະຖານກັກກັນພະຍາດຂອງ ອົດສະຕາລີ ໃຫ້ນັບມື້ນັບເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ