ມົກເຈົາ ໄດ້ຮັບການເຊີດຊູເປັນຄັ້ງທີ 2 ວ່າແມ່ນສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນແຖວໜ້າໂລກ

(VOVWORLD) - ລາງວັນນີ້ໄດ້ຢືນຢັນທີ່ຕັ້ງ, ຜົນສະທ້ອນຂອງທ່ອງທ່ຽວ ມົກເຈົາ, ສະແດງໃຫ້ເຫັນຄວາມຮັບຮູ້ຂອງປະຊາຄົມສາກົນສຳລັບເຂດພູສູງຂອງແຂວງ ເຊີນລາ.
ມົກເຈົາ ໄດ້ຮັບການເຊີດຊູເປັນຄັ້ງທີ 2 ວ່າແມ່ນສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນແຖວໜ້າໂລກ - ảnh 1(ມົກເຈົາ ສືບຕໍ່ໄດ້ຮັບການເຊີດຊູວ່າແມ່ນ “ສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນແຖວໜ້າໂລກ 2023)

        ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ (ແຂວງ ເຊີນລາ) ສືບຕໍ່ໄດ້ຮັບການເຊີດຊູວ່າແມ່ນ “ສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນແຖວໜ້າໂລກ 2023” ທີ່ພິທີມອບລາງວັນທ່ອງທ່ຽວໂລກປີ 2023, ເຊິ່ງຫາກໍ່ຈັດຂຶ້ນໃນວັນທີ 01 ທັນວາ, ຢູ່ນະຄອນ Dubai (ສະຫະລັດອາຣັບເອັມມີເຣດ). ນີ້ແມ່ນເທື່ອທີ 2 ຢ່າງລຽນຕິດທີ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການເຊີດຊູວ່າແມ່ນ “ສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນແຖວໜ້າໂລກ 2023”.

        ລາງວັນນີ້ໄດ້ຢືນຢັນທີ່ຕັ້ງ, ຜົນສະທ້ອນຂອງທ່ອງທ່ຽວ ມົກເຈົາ, ສະແດງໃຫ້ເຫັນຄວາມຮັບຮູ້ຂອງປະຊາຄົມສາກົນສຳລັບເຂດພູສູງຂອງແຂວງ ເຊີນລາ. ລາງວັນໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງການພັດທະນາການທ່ອງທ່ຽວ ເຊີນລາ ເວົ້າລວມ ແລະ ມົກເຈົາ ເວົ້າສະເພາະ. ສະເພາະ ມົກເຈົາ, ຈຳນວນແຂກທ່ອງທ່ຽວໃນປີ 2023 ເພີ່ມຂຶ້ນແຮງເປັນເກືອບ 1,6 ລ້ານເທື່ອຄົນ ແລະ ຄາດວ່າ, ປີນີ້ຈະບັນລຸກວ່າ 2,4 ລ້ານເທື່ອຄົນ.

        ທ່ານ ເລຈ້ອງບິ່ງ, ປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ, ໃຫ້ຮູ້ວ່າ:

        “ເພື່ອຮັກສາໄດ້ນາມມະຍົດ “ສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນແຖວໜ້າໂລກ”, ປະຈຸບັນ, ເມືອງ ມົກເຈົາ ໄດ້ວາງແຜນ, ອະນຸລັກຮັກສາສຳລັບເນື້ອທີປູກຊາ, ປູກຫຍ້າ, ປູກປ່າ ເພື່ອຮັກສາທິວທັດທຳມະຊາດໃນບໍລິເວັນເມືອງ ມົກເຈົາ ໃຫ້ເປັນຢ່າງດີ. ໃນການພັດທະນາການທ່ອງທ່ຽວ, ຊຸມຊົນ, ທ່ອງທ່ຽວຕິດພັນກັບຟາມ, ຕິດພັນກັບທຳມະຊາດ, ພວກຂ້າພະເຈົ້າພວມກຳນົດທິດສຸມໃສ່ນຳໃຊ້ບັນດາວັດສະດຸເປັນມິດກັບສິ່ງແວດລ້ອມ ຕິດພັນກັບສີສັນວັດທະນະທຳບັນດາເຜົ່າ, ເພື່ອເຮັດແນວໃດສ້າງບັນດາຈຸດພິເສດສະເພາະຂອງເມືອງ ມົກເຈົາ ໃຫ້ພົ້ນເດັ່ນຂຶ້ນຕື່ມ”.

ຕອບກັບ

ຂ່າວ/ບົດ​ອື່ນ