ມີປະຊາຊົນນັບພັນຄົນ ເຂົ້າຮ່ວມວັນບຸນ ບໍລິຈາກເລືອດ “ຢາດເລືອດ ຕອບບຸນແທນຄຸນ 2014”

ມີປະຊາຊົນນັບພັນຄົນ ເຂົ້າຮ່ວມວັນບຸນ ບໍລິຈາກເລືອດ “ຢາດເລືອດ ຕອບບຸນແທນຄຸນ 2014” - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/07, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ເລື​ອດສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ສົມທົບ​ກັບ​ຄະນະ​ຊີ້​ນຳ​ການ​ຂົນຂວາ​ຍການ​ບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ​ນະຄອນ​ຮ່າ​ໂນ້ຍ, ສະມາຄົມ​ຊາວໜຸ່ມ ​​ຂົນຂວາຍ​ບໍລິຈາກ​ເລືອດ​ນະຄອນ ​ແລະ ຄະນະ​ຈັດ​ຕັ້ງວັນ​ບຸນ​ບໍລິຈາກ​ເລືອດ ​ໄດ້​ຈັດ​ວັນ​ບຸນ​ບໍລິຈາກ​ເລືອດ “ຢາດ​ເລືອດ​ຕອບ​ບຸນ​ແທນ​ຄຸນ 2014”. ວັນ​ບຸນ​ແມ່ນ​ເພື່ອ​ແນ​ໃສ່​​ມຸ່ງ​ໄປ​ເຖິງ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ (27/07). ທ່ານ ຫງວຽນ​ຫາຍ​ເດື່ອງ, ປະທານ​ສູນ​ກາງ​ສະພາ​ກາ​ແດງຫວຽດນາມ, ຮອງ​ຫົວ​ໜ້າ​ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຂົນຂວາຍ​​ບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ ​ໃຫ້​ຮູ້​ວ່າ.

        “ວັນ​ບຸນ​ບໍລິຈາກ​ເລືອດ​ໄດ້​ຈັດ​ຂຶ້ນ​ຢູ່ 25 ທ້​ອງຖິ່ນ ​ແລະ ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່ຈາກ​ຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ຄະ​ນະ​ຊີ້​ນຳ​ການ​ບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈຂອງ 25 ທ້ອງ​ຖິ່ນ​ຢ່າງ​ເລິກ​ເຊິ່ງ. ຢູ່ 25 ທ້ອງ​ຖິ່ນ ​ແລະ ນະຄອນ​ຮ່າ​ໂນ້ຍ, ​ວັນ​ບຸນ​ບໍລິຈາກ​ເລືອດ​ໄດ້​ຮັບ​​ເລືອດ 15.000 ຖົງ ​ລື່ນ​ກາຍ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ລ້ຳ​ຄ່າ​ເພື່ອ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ບັນດາ​ຄົນ​ເຈັບ​ພວມ​ປິ່ນ​ປົວຢູ່​ໂຮງໝໍ​ແຫ່ງຕ່າງໆ.”


ຂ່າວ/ບົດ​ອື່ນ