ມອບລາງວັນ ເລືອງດິ່ງກົ້ວ ໃຫ້ຊາວໜຸ່ມດີເດັ່ນ 42 ຄົນໃນຂົງເຂດກະສິກຳ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ເນັ້ນໜັກເຖິງຜົນງານທີ່ບັນລຸໄດ້ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ ມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ຊາວໜຸ່ມຊົນນະບົດກ່ວາ 16 ລ້ານຄົນ
ມອບລາງວັນ ເລືອງດິ່ງກົ້ວ ໃຫ້ຊາວໜຸ່ມດີເດັ່ນ 42 ຄົນໃນຂົງເຂດກະສິກຳ - ảnh 1ບັນດາຊາວໜຸ່ມໄດ້ຮັບລາງວັນໃນປີ 2023
(ພາບ: TTXVN)

ຕອນຄ່ຳວັນທີ 12 ພະຈິກ, ຢູ່ນະຄອນ ຊອກຈັງ, ແຂວງ ຊອກຈັງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບແຂວງ ຊອກຈັງ ຈັດພິທີມອບລາງວັນ ເລືອງດິ່ງກົ້ວ ຄັ້ງທີ XVIII.

     ລາງວັນ ເລືອງດິ່ງກົ້ວ ຄັ້ງທີ XVIII ປີ 2023 ໄດ້ມອບໃຫ້ຊາວໜຸ່ມ 42 ຄົນເຊິ່ງເປັນບັນດາແບບຢ່າງໃນການເລີ່ມຕົ້ນທຸລະກິດ, ກໍ່ຮ່າງສ້າງຕົວໃນຂະແໜງກະສິກຳ ພວມນຳມາເຊິ່ງມູນຄ່າເສດຖະກິດສູງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍຄົນ.

  ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ເນັ້ນໜັກເຖິງຜົນງານທີ່ບັນລຸໄດ້ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ ມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ຊາວໜຸ່ມຊົນນະບົດກ່ວາ 16 ລ້ານຄົນ.ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມໃຫ້ມີປະສິດທິຜົນໃນໄລຍະຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຊີ້ແຈ້ງວ່າ:

        “ສົ່ງເສີມ, ໜູນຊ່ວຍຊາວໜຸ່ມຊົນນະບົດເລີ່ມຕົ້ນທຸລະກິດ. ເປີດກ້ວາງບັນດາຮູບແບບການຮ່ວມສຳພັນ, ຮ່ວມມືພັດທະນາເສດຖະກິດໃນຊາວໜຸ່ມ, ທະວີຄູນບັນດາຮູບແບບທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ພັດທະນາບັນດາຮູບແບບເສດຖະກິດ, ຄື: ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ບັນດາສະຫະກອນ, ໜ່ວຍຮ່ວມມືຊາວໜຸ່ມ, ບັນດາຟາມຂອງໄວໜຸ່ມ, ບັນດາຖັນແຖວປັນຍາຊົນໜຸ່ມອາສາສະໝັກພັດທະນາກະສິກຳ, ຊົນນະບົດ ແລະ ເຂດພູດອຍ, ຊາຍແດນ ແລະ ເຂດໝູ່ເກາະ”.

 

ຕອບກັບ

ຂ່າວ/ບົດ​ອື່ນ