ມອບລາງວັນຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດເຕັກໂນໂລຊີຫວຽດນາມປະຈຳ ປີ2015

ມອບລາງວັນຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດເຕັກໂນໂລຊີຫວຽດນາມປະຈຳ ປີ2015 - ảnh 1
ທ່ານ ຫງວຽນ​ທຽນ​ເຍີນ ມອບ​ລາງວັນ​ຫົວ​ຄິດ​ປະ​ດິດ​ສ້າງ
ໃນ​ຂົງ​ເຂດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ
(ພາບ: VGP/HoangLong)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 16/5, ຢູ່ ຮ່າ​ໂນ້ຍ, ສະ​ຫະ​​ພັນ​ບັນ​ດາສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ​ຫວຽດ​ນາມ ຈັດ​ການ​ສະຫຼຸບ ແລະ ມອບ​ລາງວັນ​ຫົວ​ຄິດ​ປະ​ດິດ​ສ້າງ ໃນ​ຂົງ​ເຂດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ, ລາງວັນ WIPO ປະ​ຈຳ​ປີ 2015. ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ທຽນ​ເຍີນ ປະ​ທານ​ຄະ​ນະກຳ​​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ ​ດ້ວຍການມອບ​ລາງວັນ 20 ຄັ້ງ, ແຕ່​ລະ​ຄັ້ງ​ລ້ວນ​ແຕ່ຢັ້ງ​ຢືນ​ເຖິງ ບັນ​ດາ​ການ​ປ​ະ​ກອບ​ສ່ວນ ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄຸ້ມ​ຄອງ ເພື່ອ​​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ທີ່​ມີ ຫົວ​ຄິດ​ປະ​ດິດ​ສ້າງ ​ໃນ​ຂົງ​ເຂດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ປະ​ເທດ​ຊາດ ດ​ວ້ຍ​ວິ​ທີ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ.  ທ່ານ ຫງວຽນ​ທຽນ​ເຍີນ ເນັ້ນ​ໜັກ​ວ່າ:  ຫວຽດ​ນາມ ຕ້ອງຮັບ​ຜົນ​ສະ​ທ້ອນ​​ອັນຫຍໍ້​ທໍ້ຫຼາຍ​ຢ່າງ​ຈາກ ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາ​ດ. ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ​ນັບ​ມື້​ນັບ​ໜັກ​ໜ່ວງ ​ດັ່ງ​ນັ້ນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​​ໃນການ​ຫົດ​ນ້ຳ ເພື່ອ​ປະ​​ຢັດ, ​ສະ​ສົມ​ນ້ຳ, ສ້າງ​ບັນ​ດາ​ແນວ​ພັນ​ໃໝ່​​ເພື່ອຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ, ປ່ຽນ​ແປງຂັ້ນ​ຕອນ​ການ​ເພາະ​ປູກ ໃຫ້​​ເໝາະ​ສົມ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ. ຍ້ອນ​ແນວນັ້ນ,  ລາງວັນ​​ປີ 2016 ​ຈະ​ມາ​ເຖິງ, ຈະ​ສົ່ງ​ເສີມ​ບັນ​ດາ​ມາດ​ຕະ​ການ ​ທີ່​ມີຫົວ​ຄິ​ດ​ປະ​ດິດ​ສ້າງ​ ​ທາງດ້ານ​ເຕັກ​ນິກ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ.

        ໃນ​ປີນີ້ ມີ​ 30 ໂຄງ​ການ​ວິ​ທະ​ຍາ​ສາດ ໄດ້​ຮັບ​ການມອບ​ລາງວັນ​ ປະ​ກອບ​ມີ: ລາງວັນ​ທີໜຶ່ງ 4 ລາງວັນ, ລາງວັນ​ທີສອງ 8 ລາງວັນ, ລາງວັນ​ທີສາມ 9 ລາງວັນ ແລະ ລາງວັນ​ສົ່ງ​ເສີມ 9 ລາງວັນ ​ສຳ​ລັບ 6 ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ບູ​ລິ​ມະ​ສິດ​ຄື: ເຕັກ​ໂນ​ໂລ​ຊີ​​ຂໍ້​ມູນ​ຂ່າວ​ສານ, ເອ​ເລັກ​ໂຕ​ນິກ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ; ກົນ​ຈັກ​ອັດ​ຕະ​ໂນ​ມັດ; ເຕັກ​ໂນ​ໂລ​ຊ​ີ​​ວັດ​ສະ​ດຸກໍ່​ສ້າງ; ຊີ​ວະ​ສາດ​ຮັບ​ໃຊ້​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່; ເຕັກ​ໂນ​ໂລ​ຊີ ເພື່ອ​ແນ​ໃສ່​ປະ​ຢັດ​ພະ​ລັງ​ງານ ແລະ ນຳ​ໃຊ້​ພະ​ລັງານ​ໃໝ່.

ຂ່າວ/ບົດ​ອື່ນ