ມອບໃບຢັ້ງຢືນປ່າສະຫງວນແຫ່ງຊາດ ອູມິນເທື້ອງ ເປັນປ່າສະຫງວນມໍລະດົກ ອາຊຽນ

ມອບໃບຢັ້ງຢືນປ່າສະຫງວນແຫ່ງຊາດ ອູມິນເທື້ອງ ເປັນປ່າສະຫງວນມໍລະດົກ ອາຊຽນ - ảnh 1
ຢັ້ງຢືນປ່າ​ສະ​ຫງວນ​ແຫ່ງ​ຊາດ ອູ​ມິນ​ເທື້ອງ
(ພາບ: Khả Hòa)

(vovworld) – ວັນ​ທີ 12/8, ຄະນະ​ຄຸ້ມ​ຄອງປ່າ​ສະຫງວນ​ແຫ່ງ​ຊາດ ອູ​ມິນ​ເທື້ອງ, ​ແຂວງ ກຽນ​ຢາງ ​ໄດ້​ຮັບ​ໃບ​ຢັ້ງຢືນ​ປ່າ​ສະຫງວນມໍລະດົກ ອາ​ຊຽນ ​ໂດຍ​​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ມອບ​ໃຫ້. ປ່າ​ສະຫງວນ​ແຫ່ງ​ຊາດ ອູ​ມິນ​ເທື້ອງ ​ມີລະບົບ​ຄັນ​ຄູອ້ອມ​ຮອບລວມ​ຄວາມ​ຍາມ 60 ກມ. ​ໃນ​ລະບົບ​ຊີວະ​ພາບ​​ເຂດ​ທ່ົງພຽ​ງ​ແມ່ນ້ຳຂອງ​ທາງ​ພາກ​​ໃຕ້ ຫວຽດນາມ, ມີ​ພຽງ​ລະບົບ​ຊີວະ​ພາບ​ໜຶ່ງ​ທີ່​ຂຶ້ນ​ກັບປ່າ​ສະຫງວນ​ແຫ່ງ​ຊາດ ອູ​ມິນ​ເທື້ອງ ມີ​ບັນດາຈຸດ​ພິ​ເສດ​​ຂອງ​ປ່າ​ດົງ​ດິບ. ນີ້​ກໍ່​ແມ່ນ​ຖານ​ທີ່​ໝັ້ນ​ຂອງ​ການ​ປະຕິວັດ​ໃນ​ໄລຍະ​ຕໍ່ຕ້ານ. ດ້ວຍ​ລັກສະນະ​ນີ້, ປ່າ​ສະຫງວນ​ແຫ່ງ​ຊາດ ອູ​ມິນ​ເທື້ອງ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ມີ​ລະບົບ​ຊີວະ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດດິນ​ຖ່ານ​ຕົມເທົ່ານັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ປູຊະນີຍະສະຖານ​ປະ​ຫວັດ​ສາດ​ຂອງ​ແຂວງ ກຽນ​ຢາງ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ