ມະຕິກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ 04/2017

ມະຕິກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ 04/2017 - ảnh 1
(ພາບ​ປະ​ກອບ: Dangcongsan.vn)

(vovworld) - ວັນ​ທີ 15/04, ລັດ​ຖະ​ບານ​​ໄດ​້ປະ​ກາດ​ໃຊ້​ມະ​ຕິ​ກອງ​ປະ​ຊຸມ​ລັດ​ຖະ​ບານ​​ຫົວ​ເລື່ອງສະ​ເພາະ​​​ກ່ຽວ​ກັບ​ການສ້າງ​ກົດ​ໝາຍ​ເດືອ​ນ 04/2017. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ິ້, ລັດ​ຖະ​ບານ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃໝ່ ແລະ ແກ້​ໄຂ​ໜີ້ເສຍ ແລະ ຮ່າງ​ກົດ​ໝາຍ​ວາງ​ແຜນ​ຜ​ັງ​. ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື່ອຄືນ​ໃໝ່ ແລະ ແກ້​ໄຂ​ໜີ​ເສຍ, ລັດ​ຖະ​ບານ​ໄດ້​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ ແລະ ລັກ​ສະ​ນະ​ຮີບ​ດ່ວນ​ຂອງ​ເລື່ອງ ຕ້ອງ​ປະ​ກາດ​​ໃຊ້ກອບ​ກົດ​ໝາຍ​ສະ​ເພາະ, ມີ​ລັກ​ສະ​ນະສະ​ເພາະ​​ຂະ​ແໜງ​ເພື່ອ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິ​ນ​ເຊື່ອ​ອ່ອນ​ດ້ອຍ​ຄືນ​ໃໝ່ ແລະ ແກ້​ໄຂ​ໜີ້​ເສຍ. ​ທະ​ນາ​ຄານ​ແຫ່ງ​ລັດ ສືບ​ຕໍ່​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ, ປັບ​ປຸງ, ສ້າງ​ສຳ​ເລັດ ເພື່ອ​ຍ​ື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ, ຮັບ​ຮອງ​ເອົາ​ທີ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັ​ນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14.

        ຮ່າງ​ກົດ​ໝາຍ​ວາງ​ແຜນ​ຜ​ັງ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເພື່ອສ້າງ​ບາດ​ກ້າວ​ເຫັນ​ປ່ຽນ​ໂດຍ​ພື້ນ​ຖານ ໃນ​ວຽກ​ງານ​ສ້າງ ແລະ ຄຸ້ມ​ຄອງ​ລະ​ບົບ​ວາງ​ແຜນ​ຜັງ; ວາງ​ແຜນ​ກຳ​ນົດການ​ພັດ​ທະ​ນາ, ສ້າງ​ກຳ​ລັງ​ໜູນ​​ພັດ​ທະ​ນາໃນ​ທົ່ວ​ເຂດ​ດິນ​ແດນ​ແຫ່ງ​ຊາດ. ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​ຈະ​ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 01/01/2019 ເປັນ​ຕົ້ນ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ