ມານະພະຍາຍາມຊຸກຍູ້ການບໍລິການພາກລັດແບບທາງໄກ, ລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ

(VOVWORLD) -ການປະຊຸມສຳມະນາແມ່ນເວທີປາໄສແບ່ງປັນ, ແນະນຳບົດຮຽນໃນການພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ປະຕູຖານຂໍ້ມູນທາງໄກຂອງບັນດາປະເທດພັດທະນາ
ມານະພະຍາຍາມຊຸກຍູ້ການບໍລິການພາກລັດແບບທາງໄກ, ລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ - ảnh 1ໝາກຜົນການຜັນຂະຫຍາຍປະຕູຖານຂໍ້ມູນທາງໄກ
(ພາບ: VGP)

ຕອນເຊົ້າວັນທີ 9 ກັນຍາ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ກຸ່ມບໍລິສັດຂໍ້ມູນ IDG ຫວຽດນາມ ສົມທົບກັບສະມາຄົມສື່ສານດີຈີຕອນຫວຽດນາມ ຈັດການປະຊຸມສຳມະນາແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ 2021 ທາງໄກ.

        ການປະຊຸມສຳມະນາແມ່ນເວທີປາໄສແບ່ງປັນ, ແນະນຳບົດຮຽນໃນການພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ປະຕູຖານຂໍ້ມູນທາງໄກຂອງບັນດາປະເທດພັດທະນາ, ພ້ອມກັນນັ້ນແນະນຳບັນດາມາດຕະການແກ້ໄຂເຕັກໂນໂລຊີຂໍ້ມູນຂ່າວສານໜູນຊ່ວຍການຫັນພື້ນຖານລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນເປັນທັນສະໄໝ. ບັນດານັກບັນລະຍາຍເຂົ້າຮ່ວມໄດ້ຍົກອອກມາດຕະການແກ້ໄຂເພື່ອແນໃສ່ຍົກສູງການເຄື່ອນໄຫວການບໍລິການພາກລັດທາງໄກ, ພັດທະນາລັດຖະບານດີຈີຕອນຢູ່ ຫວຽດນາມ ໄລຍະ 2021-2015 ກໍ່ຄືບັນດາມາດຕະການແກ້ໄຂກ່ຽວກັບການພັດທະນາຕົວເມືອງອັດສະລິຍະ, ການຄ້າເອເລັກໂຕນິກ ປະກອບສ່ວນຊຸກຍູ້ເສດຖະກິດດີຈີຕອນ.

        ໃນຂອງເຂດການປະຊຸມສຳມະນາ, ຕອນບ່າຍວັນດຽວກັນ, ໄດ້ຈັດວາລະຫົວເລື່ອງສະເພາະ 2 ຄັ້ງໄປພ້ອມກັບຫົວຂໍ້ “ພັດທະນາເຂດຕົວເມືອງອັດສະລິຍະ” ແລະ “ການຫັນວິສາຫະກິດຂະໜາດກາງ ແລະ ໜ້ອຍເປັນດີຈີຕອນ ມຸ່ງໄປເຖິງການພັດທະນາການຄ້າເອເລັກໂຕນິກ”.

ຕອບກັບ

ຂ່າວ/ບົດ​ອື່ນ