ລັດ ແລະ ວິສາຫະກິດ ຮ່ວມເດີນທາງປະຕິຮູບລະບຽບການດ້ານພາສີ

ລັດ ແລະ ວິສາຫະກິດ ຮ່ວມເດີນທາງປະຕິຮູບລະບຽບການດ້ານພາສີ - ảnh 1
(ພາບປະກອບ)

(vovworld) – ​​ວັນ​ທີ 14/10, ຢູ່​ຮ່າ​ໂນ້ຍ, ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ພ້ອມ​ກັບ​ກົມ​ໃຫຍ່​ພາ​ສີ​ຫວຽດນາມ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ການ​ຄ້າ​ຫວຽດນາມ (VCCI), ຈັດ​ຕັ້ງ​ກອງ​ປະຊຸມ​ສຳມະ​ນາ “ປະຕິ​ຮູບ​ລະບຽບ​ການ​ບໍລິຫານ: ພາສີ - ວິ​ສາ​ຫະກິດ​ປະຕິບັດ​ສັນຍາ​ສ້າງ​ຄວາມ​ສະດວກ​ດ້ານການ​ຄ້າ​ຂອງ WTO”. ກອງ​ປະຊຸມ​ສຳ​ມະ​ນາເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຂອງ​ບັນດາ​ອົງການ​ສະ​ເພາະກິດ ​ແລະ ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ຕົ້ນ​ຕໍ່​ຂອງ TFA, ກໍ່​ຄື​ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ແລະ ກຳນົດ​ບົດ​ບາດ​ຂອງ​ພາສີ​ຫວຽດນາມ ​ເມື່ອ​ຜັນ​ຂະຫຍາຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ດັ່ງກ່າວ. ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ວິ​ສາ​ຫະກິດຈະ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ TFA ທີ່​ໄດ້ຍົກ​ອອກ​ມາ ​ແລະ ສິ່ງສຳຄັນ​ກວ່າ​ນັ້ນແມ່ນ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ເຫັນ​​ໄດ້ຜົນ​ປະ​ໂຫຍ​ດຂອງ​ຕົນ.

        ຜູ້ຕາງໜ້າ​ກົມ​ໃຫຍ່​ພາສີ​ຫວຽດນາມ ​ໃຫ້​ຮູ້​ວ່າ, ຫວຽດນາມ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ສົມທົບ​ຢ່າງ​ຕັ້ງໜ້າ​ກວ່າ​ອີກລະຫວ່າງ​ບັນດາ​ຝ່າຍ, ບັນດາ​ອົງການ​ແຫ່ງ​ລັດ, ພ້ອມກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ TFA ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ