ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ວັນທີ 28 ກໍລະກົດ 2021, ລັດຖະບານ ອັງກິດ ໄດ້ປະກາດຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈຳນວນ 415.000 ໂດສ ໃຫ້ແກ່ ຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 26 ກໍລະກົດ, ລັດຖະບານ ເຊັກໂກ ກໍໄດ້ປະກາດຈະຊ່ວຍເຫຼືອວັກຊິນຈຳນວນ 250.000 ໂດສ ໃຫ້ແກ່ ຫວຽດນາມ ເຊັ່ນດຽວກັນ.

ນີ້ແມ່ນບັນດາການຊ່ວຍເຫຼືອທີ່ທັນການ ແລະ ລ້ຳຄ່າ ເຊິ່ງບັນດາປະເທດໄດ້ສະຫງວນໃຫ້ແກ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນສະພາບການທີ່ ຫວຽດນາມ ພວມສຸມທຸກແຫຼ່ງກຳລັງເຂົ້າໃນການປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດໂຄວິດ - 19, ອັນໄດ້ສະແດງໃຫ້ເຫັນສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ສ.ເຊັກໂກ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ. ນີ້ກໍແມ່ນໝາກຜົນທີ່ຕັ້ງໜ້າຂອງວຽກງານການທູດວັກຊິນ ໂດຍກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ໄດ້ຜັນຂະຫຍາຍ ຕາມຈິດໃຈຄຳຊີ້ນຳຂອງການນຳຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ