ລັດຖະບານຈັດວາລະປະ ຊຸມກ່ຽວກັບວຽກງານ ສ້າງກົດໝາຍ

ລັດຖະບານຈັດວາລະປະ ຊຸມກ່ຽວກັບວຽກງານ ສ້າງກົດໝາຍ - ảnh 1
(ພາບ: Chinhphu.vn)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 19-20/3, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ລັດຖະບານ​ໄດ້​ຈັດ​ວາລະປະຊຸມ​ສະ​ເພາະ​ຫົວ​ເລື່ອງ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ. ທີ່​ວາລະ​ປະຊຸມ, ລັດຖະບານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ໃນ​ອາ​ຍຸການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XII, ສະພາບ​ການ​ຜັນ​ຂະຫຍາຍ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII ​ແລະ ປີ 2012, ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບ, ຮັບປະກັນ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ລັດຖະບານ​ກໍ່​ຮັບ​ຟັງ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ມະຕິ​ຕົກລົງ​ສະ​ບັນ​ດັດ​ແກ້, ​ເພີ່ມ​ເຕີມ​ມະຕິ​ຕົກລົງທີ່​ກຳນົດ​ກ່ຽວ​ກັບ​ບົດບາດ​ໜ້າ​ທີ່, ສິດ​ອຳນາດ ​ແລະ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ; ຮ່າງ​ມະຕິ​ຕົກລົງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ​ປູກ​ເຂົ້າ, ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ນຳ​ໃຊ້​ທີ່​ດິນ, ກຳນົດ​ເວລາ​ນຳ​ໃຊ້​ທີ່​ດິນ​ກະ​ສີ​ກຳ​ສຳ​ຫຼັບ​ຄອບຄົວ, ສ່ວນ​ບຸກຄົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ​ ບັນດາ​ສະມາຊິກ​ໃນຄະນະ​ລັດຖະບານ​ໄດ້​ຊີ້​ແຈ້ງ​ທັດສະນະ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ການ​ສ້າງ​​ໂຄງການ​ກໍ່ສ້າງ​ເອກະສານ​ນິຕິ​ກຳ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ສະ​ເໜີ​ສ້າງ​ຮ່າງ​ກົດໝາຍ, ລັດຖະບັນ​ຢັດ​ຕ້ອງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ແທ້​ຈິງ, ​ແລະ​ ມີ​ລັກສະນະ​ເປັນ​ໄປ​ໄດ້​ໃນ​ຊີວິດ​ການ​ເປັນ​ຢູ່, ​ໄດ້​ຮັບ​ການ​ກວດກາ​ຢ່າງ​ແໜ້ນ​ແຟ້ນ, ມີ​ລັກສະນະ​ວິທະຍາສາດ, ​ເດັດ​ດຽວ​ຖອນ​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນ​ຢັດ​ບໍ່​ທັນ​ມີ​ບັນດາ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ຢ່າງ​ຄົບ​ຖ້ວນ​ອອກ​ຈາກ​​ໂຄງການ…​

ຕອບກັບ

ຂ່າວ/ບົດ​ອື່ນ