ລັດຖະບານສ.ເຊັກໂກນຳສະເໜີຮ່າງກົດໝາຍສະກັດກັ້ນແຜນການ Czexit

(VOVWORLD) -ວັນທີ 27 ມີນາ, ລັດຖະບານສ່ວນໜ້ອຍຂອງທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis ໄດ້ເຫັນດີຕໍ່ການນຳຂໍ້ສະເໜີຮ່າງກົດໝາຍສະບັບໃໝ່ ກ່ຽວກັບການລົງປະຊາມະຕິ

ລັດຖະບານສ.ເຊັກໂກນຳສະເໜີຮ່າງກົດໝາຍສະກັດກັ້ນແຜນການ Czexit - ảnh 1 ທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis

(ພາບ: AFP/TTXVN)

ເພື່ອແນໃສ່ສ້າງບັນດາຂໍ້ກຳນົດໃໝ່ໃຫ້ຮັດກຸມກວ່າເກົ່າ ຖ້າຢາກດຳເນີນການປ່ອນບັດທີ່ກ່ຽວຂ້ອງເຖິງເລື່ອງເຊັກໂກ ຖອນຕົວອອກຈາກສະຫະພາບເອີລົບ (EU).

        ຕາມນັ້ນແລ້ວ, ຮ່າງກົດໝາຍກຳນົດວ່າ ເພື່ອສາມາດດຳເນີນການລົງປະຊາມະຕິຢູ່ສ.ເຊັກໂກ, ອົງການລິເລີ່ມຄວນໄດ້ຮັບລາຍເຊັນຢ່າງໜ້ອຍສຸດແມ່ນ 850.000 ລາຍເຊັນ ແລະ ທຸກບັນຫາເພື່ອໄດ້ຮັບການຮັບຮອງເອົາໃນການລົງປະຊາມະຕິ ຕ້ອງຍາດໄດ້ການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຢ່າງພຽງພໍໄປປ່ອນບັດກວ່າເຄິ່ງໜຶ່ງ.

        ຮ່າງກົດໝາຍດັ່ງກ່າວຖືກຍື່ນສະເໜີສົ່ງຕໍ່ສະພາແຫ່ງຊາດເພື່ອໃຫ້ບັນດາສະມາຊິກລັດຖະສະພາປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ