ລັດຖະບານອັງກິດມານະພະຍາຍາມຊອກຫາຂໍ້ຕົກລົງກັບ EU

(VOVWORLD) -ວັນທີ 06 ພະຈິກ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຮຽກໂຮມປະຊຸມຄະນະລັດຖະບານ ເພື່ອປຶກສາຫາລືກ່ຽວກັບບັນຫາອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit, ໃນສະພາບທີ່ລັດຖະບານພວມມານະພະຍາຍາມຊອກຫາຂໍ້ຕົກລົງກັບ EU ໃນໄລຍະ 2 – 3 ອາທິດຈະມາເຖິງ.

ຕາມແຫຼ່ງຂ່າວຈາກລັດຖະບານຈຳນວນໜຶ່ງ, ອັງກິດ ປາດຖະໜາຢາກບັນລຸໄດ້ບາດກ້າວຢ່າງວ່ອງໄວໃນທ້າຍເດືອນພະຈິກ ນີ້. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ອັງກິດທ່ານໜຶ່ງໃຫ້ຮູ້ວ່າ, ກອງປະຊຸມຄະນະລັດຖະບານຈະບໍ່ສາມາດຍົກອອກຂໍ້ຕົກລົງໃດໆທີ່ມີລັກສະນະບາດລ້ຽວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ