ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນຢ້ຽມຢາມສຳນັກງານNATO

ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນຢ້ຽມຢາມສຳນັກງານNATO - ảnh 1
ທ່ານ Jens Stoltenberg ຕ້ອນຮັບ​ທ່ານ​ນາງ Tomomi Inada
(ພາບ: Kyodo/TTXVN)

(vovworld) - ​​ ວັນ​ທີ 05/01 ທ່ານ Jens Stoltenberg ​ເລຂາທິການ​ໃຫຍ່ອົງການ​ສົນທິສັນຍາ​ອັກ​ລັງ​ຕິກ​ເໜືອ (NATO) ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Tomomi Inada ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ທີ່​ສຳນັກ​ງານຂອງ​ອົງການ​ນີ້​ຢູ່​ນະຄອນຫລວງ Brussels ປະ​ເທດ ​ແບນ​ຊິກ. ການ​ຢ້ຽມຢາມ NATO  ​ ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ຄັ້ງ​ລ້າ​ສຸດ​ແມ່ນ ​​ເມື່ອ​ປີ 2007. ການ​ນຳ 2 ທ່ານ​ໄດ້​ຫວນ​ຄືນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ NATO ​ແລ​ະ ຍີ່ປຸ່ນ, ພ້ອມ​ທັງ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ, ພິ​ເສດ​ແມ່ນຢູ່​ພາກ​ພື້ນ ອາ​ຊີ - ປາຊີ​ຟິກ. ທ່ານ​ເລຂາທິການ​ໃຫຍ່ NATO ຂອບ​ໃຈ ຍີ່ປຸ່ນ ທີ່​ໄດ້ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ NATO ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ ​ໃນ​ຂອບ​ເຂດ​ບັນດາ​ການ​ກະທຳ​ສາກົນ​ຕ້ານ​ໄພ​ໂຈນ​ສະລັດ. ທ່ານ Jens Stoltenberg ກໍ່​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຍີ່ປຸ່ນ ​ໃນ​ການ​ສະໜັບ​ສະ​ໜູນ​ພາລະກິດ​ເພື່ອ​ແມ່ຍິງ, ພາລະ​ກຳ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ