ລັດຖະມົນຕີການ ຕ່າງປະເທດ ອາເມລິກາ ພົບປະກັບວິສາຫະກິດ ຫວຽດນາມ

ລັດຖະມົນຕີການ ຕ່າງປະເທດ ອາເມລິກາ ພົບປະກັບວິສາຫະກິດ ຫວຽດນາມ - ảnh 1
( ລັດຖະມົນຕີ​ການ​ຕ່າງປະ​ເທດ Hillary Clinton
ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Nguyen Phuong Nga
ເປັນ​ສັກຂີ​ພິ​ຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ເສດຖະກິດ​ )


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 10/7, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອາ​ເມລິ​ກາ. ທີ່​ເວທີ​ປາ​ໄສ, ທ່ານ​ນາງ Hillary ຢືນຢັນ​ວ່າ ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​​ໃຫ້ບັນດາ​ວິ​ສາ​ຫະກິດ​ສອງ​ຝ່າຍ​ຊອກ​ຮູ້ ​ແລະ ຊຸກຍູ້​ການ​ຮ່ວມ​ມື. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂອງ​ຫວຽດນາມ, ດ້ວຍ​ລະດັບ​​ເຕີບ​ໂຕ​ສູງ​ໃນ​ສະພາບ​ການ​ເສດຖະກິດ​ທົ່ວ​ໂລກ​ພວມ​ຊຸດ​ໂຊ​ມ. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Hillary Clinton ກໍ​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ຊອກ​ຫາ​ບັນດາ​ກາລະ​​ໂອກາດ​ລົງທຶນ​ຢູ່​ຕະຫຼາດ​ຫວຽ​ດນາມ ທີ່​​ເຕັມ​ໄປ​ດ້ວຍຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຫວັງ​ວ່າ ລັດຖະບານ​ຫວຽດນາມ ສືບ​ຕໍ່​ປັບປຸງ​ສະພາບ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່​ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ,​​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

ທີ່​ເວທີ​ປາ​ໄສວິ​ສາ​ຫະກິດ​ຫວຽດນາມ - ອາ​ເມ​ລິ​ກາ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Hillary Clinton ​ແລະ ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Nguyen Phuong Nga ​ໄດ້​ເປັນ​ສັກຂີ​ພິ​ຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ບໍລິສັດ​ໄພ​ຟ້າ​ນິວຢອກ ກັບ​ບໍລິສັດ​ສົ່ງ​ໄຟ​ຟ້າ​ເລກ 4, ສັງກັດ​ກຸ່ມ​ບໍລິສັດ​ໄຟ​ຟ້າ​ຫວຽດນາມ ດ້ວຍ​ມູນ​ຄ່າ 16,5 ລ້ານ USD.

ວັນ​ທີ 11/7, ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ໄດ້​ໃຫ້​ຂ່າວ ​ແລະ ຮູບ​ກ່ຽວ​ກັບ ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ແລະ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ສູງ​ສຸດ​ຂອງ​ຫວຽດນາມ ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ​ອາ​ເມ​ລິ​ກາ. ​ເວ​ບ​ໄຊ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ລົງ​ພິມ​ບົດ​ປາ​ໄສ​ຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Hillary Clinton ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh , ​ໃນ​ນັ້ນ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ການ​ປ່ຽນ​ແປງ ​ແລະ ບາດ​ກ້າວຂະຫຍາຍຕົວ​ໃນ ການ​ພົວພັນ​ ​ລະຫວ່າງ​ຫວຽດນາມ ​ແລະ ​ອາ​ເມ​ລິ​ກາ.

ເວ​ບ​ໄຊ​ຂອງ Yahoo ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ຂ່າວສານ AFP ດ້ວຍ​ເນື້ອ​ໃນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ຫວຽດນາມ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ເນັ້ນ​ໜັ້ກວ່າ ຫວຽດນາມ ​ແລະ ​ອາ​ເມ​ລິ​ກາລ້ວນ​ແຕ່​ມີ​ສິດຜົນປະ​ໂຫຍ​ດຍຸດ​ທະ​ສາດ​ທີ່​ສຳຄັນ​ສຳລັບ​ບັນຫາ​ ຕ່າງໆ​ຄື ທະ​ເລ​ຕາ​ເວັນ​ອອກ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ທັງ 2 ປະ​ເທດ ຕ່າງ​ກໍ​​ເປັນ​ເອກະ​ພາບ​ກັນ​ວ່າ ທຸກໆ​ການ​ພິພາດ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ຜ່ານ​ການ​ແກ້​ໄຂ ໂດຍ​ສັນຕິ​ວິທີ.

ສ່ວນ​ໜັງສືພິມ​ເອ​ເລກ​ໂຕ​ນິກຂອງ​ VOA​ໄດ້​ໃຫ້​ຂ່າວ​ວ່າ ຢູ່​ບັນດາ​ເວ​ທີ​ປາ​ໄສ​ວິ​ສາ​ຫະກິດ​ທີ່​ຈັດ​ຂຶ້ນ​ທີ່​ຮ່າ​ໂນ້ຍ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ໄດ້​ກະຕຸກ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ຈົ່ງ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ. ຕາມທ່ານ​ນາງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ແລ້ວ, ປະຈຸ​ບັນ ອາ​ເມ​ລິ​ກາ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ກ່ວາ​ໝູ່​ຂອງ​ຫວຽດນາມ ​ແລະ ຊາວ​​ເອ​ເມ​ລິ​ກາ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ສິ່ງດັ່ງກ່າວ ​ແລະ ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ​ຜ່ານ​ຜ່າ ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ