ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດປີໃຫມ່ 2013

ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດປີໃຫມ່ 2013 - ảnh 1
ທ່ານ   ຟ້າ​ມບີ່​ນມິນ ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ
ພາບ:internet

(vovworld) - ​ໃນ​ການ​ຕອບ​ສຳ​ພາດຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່ 2013, ທ່ານ   ຟ້າ​ມບີ່​ນມິນ ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້​ຕີ​ລາ​ບັນດາ​ຜົນງານ​ພົ້ນ​​ເດັ່ນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ຫວຽດນາມ ​ໃນ​ປີ 2012 ຄື: ຫວຽດນາມ ສືບ​ຕໍ່​ນຳ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ​ເປ​ເປັນປົກກະຕິ ​ແລະ ​ແທດ​ຈິງ. ​ໃນ​ປີ 2012, ​ເລື່ອງຫລາຍ​ປະ​ເທດຢາກ​ຍົກ​ການ​ພົວພັນ​ກັບ ຫວຽດນາມ ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່ ​ແມ່ນ​ສະ​ແດງໃຫ້​ເຫັນ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ​ຢູ່​ເວທີ​ສາກົນ. ປີ 2012 ເປັນຂີດ​ໝາຍ​ແຫ່ງ​ຜົນສຳ​ເລັດ​ປີ​ສາມັກຄີ​ມິດ​ຕະພາບ ຫວຽດນາມ ​- ລາວ ​ແລະ ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ. ຫນຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ເຄື່ອນ​ໄຫວ​ການຕ່າງປະ​ເທດ​ໃນ​ປີ 2012 ​ແມ່ນ​ເວທີ​ປາ​ໄສ​ການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ ​ເປັນ​ຄັ້ງ​ທຳ​ອິດ​ໄດ້ຮັບ​ການຈັດ​ຕັ້ງ​ຂຶ້ນ​ປະສົບ​ຜົນສຳ​ເລັດ. ຫວຽດນາມ ​ໄດ້​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບ​າຍ ​ເປັນ​ເຈົ້າ​ການ, ຕັ້ງຫນ້າ  ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ກ່ຽວ​ກັບ​ຫນ້າ​ທີ່​ຈຸດ​ສຸ​​ມ​ຂອງ​ການ​​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ປີ 2013, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່ນມິນ ​ໃຫ້​ຮູ້​ວ່າ:

        “ປີ 2013, ຈຸດໝາຍ​ຂອງ​ການ​​ເຄື່ອນ​ໄຫວ​ການຕ່າງປະ​ເທດຂອງ ຫວຽດນາມ ​ແມ່ນ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ​ເພື່ອ​ຮັບ​ໃຊ້​ພາລະກິດ​ພັດທະນາ​ຂອງ​ປະ​ເທດ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ກໍ​ຊຸກຍູ້​ການ​ທູດ​ເສດຖະກິດ, ວັດທະນະທຳ, ວຽກ​ງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປົກ​ປ້ອງ​ພົນລະ​ເມືອງ.”

 

ຂ່າວ/ບົດ​ອື່ນ