ລັດຖະສະພາເຂດWallonieປຶກສາຫາລືກ່ຽວກັບສັນຍາການຄ້າເສລີຫວຽດນາມ-EU

ລັດຖະສະພາເຂດWallonieປຶກສາຫາລືກ່ຽວກັບສັນຍາການຄ້າເສລີຫວຽດນາມ-EU - ảnh 1
ລັດຖະສະພາເຂດWallonieປຶກສາຫາລື
ກ່ຽວກັບສັນຍາການຄ້າເສລີຫວຽດນາມ-EU
(ພາບ: TTXVN)


(vovworld) - ​​ ລັດຖະສະພາ​ເຂດWallonieປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ-EU. ນີ້​ແມ່ນ​ເຫດການ​ສຳຄັນ​ຂອງລັດຖະສະພາ​ເຂດ Wallonie ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ນີ້​ກວດກາ, ພິຈາລະນາ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ-EU. ວາລະ​ປະຊຸມ​ດຳ​ເນີນ​ໄປ​​ໃນ​ວັນ​ທີ 1/12, ຢູ່ນະຄອນ Namur, ​ເມືອງ​ເອກ​ຂອງ​ເຂດ Wallonie, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ລັດຖະສະພາ​ຫຼາຍ​ທ່ານ​ທີ່​ຂຶ້ນ​ກັບ​ພັກ​ຝ່າຍ​ທີ່​ແຕກ​ຕ່າງ​ກັນ​ຢູ່​ເຂດ Wallonie, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ວິ​ສາ​ຫະກິດ…

​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ ​ເວື​ອງ​ເທື່ອ​ຟອງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ຢູ່​ລາຊະ​ອານາຈັກ ​ແບນ​ຊິກ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ​ຢູ່​ສະຫະພາບ​ເອີ​ລົບ ​ໄດ້​​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ສັນຍາ​ລຸ້ນ​ໃໝ່​ທຳ​ອິດ​ເຊິ່ງ EU ​ເຈລະຈາ ​ແລະ ລົງ​ນາມ​ກັບປະ​ເທດ​ພວມ​ພັດທະນາ, ​ແມ່ນ​ຂໍ້​ຕົກລົງ​ຮອບດ້ານ ​ແລະ ສົມ​ດຸນ, ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ເຂດ Wallonie ຈະ​ພິຈາລະນາ​ຢ່າງ​ຕັ້ງໜ້າ ​ແລະ ສະໜັບ​ສະໜັບ​ສັນຍາ​ນີ້.

ຂ່າວ/ບົດ​ອື່ນ