ລັດ​ເຊຍ ລົງ​ໂທດ​ເຈົ້າ​ໜ້າ​ທີ່ ອັງ​ກິດຫຼາຍ​ທ່ານ​ທີ່​ກ່ຽວ​ຂ້ອງ​ເຖິງ ຢູ​ແກຼນ

(VOVWORLD) - ຕາມຕົວເລກສະຖິຕິແລ້ວ, ອັງກິດແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນການເງິນ ແລະ ການທະຫານຫຼາຍທີ່ສຸດໃຫ້ແກ່ຢູແກຼນ ນັບແຕ່ເວລາ ລັດເຊຍປຸກລະດົມບັ້ນການທະຫານພິເສດນັບແຕ່ທ້າຍເດືອນກຸມພາປີ 2022.
ລັດ​ເຊຍ ລົງ​ໂທດ​ເຈົ້າ​ໜ້າ​ທີ່ ອັງ​ກິດຫຼາຍ​ທ່ານ​ທີ່​ກ່ຽວ​ຂ້ອງ​ເຖິງ ຢູ​ແກຼນ - ảnh 1ສຳນັກງານກະຊວງການຕ່າງປະເທດ ລັດເຊຍ (ພາບ: RIA Novosti)

ວັນທີ 18 ສິງຫາ, ລັດເຊຍ ໄດ້ປະກາດບັນດາມາດຕະການລົງໂທດໄອຍະການຄົນໜຶ່ງຂອງສານອາຍາສາກົນ (ICC) ພ້ອມກັບການນຳຂັ້ນກະຊວງຈຳນວນໜຶ່ງຂອງອັງກິດ ໂດຍແມ່ນຄົນທີ່ມົດສະກູຖືວ່າໄດ້ຄັດຄ້ານບັ້ນການທະຫານພິເສດຂອງລັດເຊຍຢູ່ ຢູແກຼນຢ່າງແຮງ.

ລະອຽດແມ່ນ, ບັນຊີລາຍຊື່ລົງໂທດຂອງ ລັດເຊຍ ມີ 54 ສ່ວນບຸກຄົນ, ໃນນັ້ນມີ ໄອຍະການ Karim Khan ຂອງ ICC, ທ່ານນາງ Lucy Fraser ລັດຖະມົນຕີກະຊວງກິລາ ອັງກິດ, ທ່ານນາງ Annabel Goldie ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ແລະ ນັກຂ່າວຈຳນວນໜຶ່ງຂອງອັງກິດ. ກະຊວງການຕ່າງປະເທດ ລັດເຊຍ ໄດ້ກ່າວຫາບັນດາຜູ້ຄົນທີ່ມີຊື່ໃນບັນຊີລາຍຊື່ດັ່ງກ່າວໄດ້ປະຕິບັດບັນດານະໂຍບາຍເປັນປໍລະປັກຕ້ານຄືນມົດສະກູ ໃນໄລຍະ 1 ປີເຄິ່ງທີ່ຜ່ານມາ. ຕາມຕົວເລກສະຖິຕິແລ້ວ, ອັງກິດແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນການເງິນ ແລະ ການທະຫານຫຼາຍທີ່ສຸດໃຫ້ແກ່ຢູແກຼນ ນັບແຕ່ເວລາ ລັດເຊຍປຸກລະດົມບັ້ນການທະຫານພິເສດນັບແຕ່ທ້າຍເດືອນກຸມພາປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ