ລັດເຊຍ ລົງໂທດໂຕ້ຕອບຝ່າຍຕາເວັນຕົກ

(VOVWORLD) -ລັດຖະດຳລັດ ຫ້າມສົ່ງອອກວັດຖຸດິບ ແລະ ຜະລິດຕະພັນຈາກ ລັດເຊຍ ທີ່ມີຜົນປະໂຫຍດໃຫ້ບັນດາສ່ວນບຸກຄົນ ແລະ ນິຕິບຸກຄົນເຊິ່ງປະເທດນີ້ໄດ້ລົງໂທດ.
ລັດເຊຍ ລົງໂທດໂຕ້ຕອບຝ່າຍຕາເວັນຕົກ - ảnh 1(ພາບປະກອບ: TASS/TTXVN)

ວັນທີ 03 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດຈັດວາງບັນດາມາດຕະການລົງໂທດໂຕ້ຕອບດ້ານເສດຖະກິດພິເສດກ່ຽວຂ້ອງເຖິງການກະທຳເຊິ່ງ ລັດເຊຍ ຖືວ່າແມ່ນຂາດຄວາມເປັນມິດຂອງບາງປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.

        ຕາມລັດຖະດຳລັດແລ້ວ, ເອກະສານດັ່ງກ່າວຫ້າມບັນດາອົງການຂອງລັດທຸກຂັ້ນ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ຂຶ້ນກັບສິດອຳນາດຂອງສະຫະພັນ ລັດເຊຍ ປະຕິບັດການແລກປ່ຽນການຄ້າ ແລະ ພັນທະສຳລັບສ່ວນບຸກຄົນ ແລະ ນິຕິບຸກຄົນຕ່າງປະເທດຖືກຈັດວາງມາດຕະການຈຳກັດໂຕ້ຕອບ, ກໍຄືຫ້າມສົ່ງອອກວັດຖຸດິບ ແລະ ຜະລິດຕະພັນຈາກ ລັດເຊຍ ທີ່ມີຜົນປະໂຫຍດໃຫ້ບັນດາສ່ວນບຸກຄົນ ແລະ ນິຕິບຸກຄົນເຊິ່ງປະເທດນີ້ໄດ້ລົງໂທດ.

        ລັດຖະດຳລັດຊີ້ແຈ້ງວ່າ ບັນດາມາດຕະການລົງໂທດດັ່ງກ່າວກ່ຽວຂ້ອງເຖິງການກະທຳທີ່ບໍ່ເປັນມິດ ແລະ ຜິດກົດໝາຍສາກົນຂອງ ອາເມລິກາ ແລະ ບັນດາປະເທດອື່ນ ພ້ອມກັບອົງການຈັດຕັ້ງສາກົນເຂົ້າຮ່ວມກັບເຂົາເຈົ້າ ເພື່ອແນໃສ່ປົດສິດອັນຖືກຕ້ອງຕາມກົດໝາຍຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ