ລັດເຊຍ ແລະ ຈີນ ປະຕິເສດມະຕິກ່ຽວກັບຊີຣີ

ລັດເຊຍ ແລະ ຈີນ ປະຕິເສດມະຕິກ່ຽວກັບຊີຣີ - ảnh 1

ແມ່ຍິງ​ຊີຣີ ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ

(ພາບ:xaluan.com)​

( vovworld ) – ​ວັນ​ທີ 19/7, ລັດ​ເຊຍ ​ແລະ ຈີນ ​ໄດ້​ປະຕິ​ເສດ​ຮ່າງ​ມະຕິ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານ​ປະທານາທິບໍດີ​ຊີຣີ Bashar al Assad ຖ້າ​ຫາກ​ວ່າ​ທ່ານ Assad ບໍ່​ຢຸດຕິ​ການ​ນຳ​ໃຊ້​​ອາວຸດ​​ໜັກປະ​ເພດຕ່າງໆ. ນີ້​ແມ່ນ​ຄັ້ງທີ 3 ​ໃນ​ຮອບ​ເວລາ 9 ​ເດືອນ​ທີ່​ຜ່ານ​ມາ, ລັດ​ເຊຍ ​ແລະ ຈີນ ​ໄດ້​ນຳ​ໃຊ້​ສິດ​ຢັບຢັ້ງ ​ໃນ​ຖານະ​ແມ່ນ​ກຳມະການ​ປະຈຳ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ເພື່ອ​ຄັດຄ້ານ​ບັນດາມະ​ຕິ​ຕ້ານ​ຊີຣີ. ມະຕິ​ສະບັບ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອາ​ເມ​ລິ​ກາ, ຝະລັ່ງ, ​ເຢຍລະ​ມັນ, ປອກຕູ​ການ ​ແລະ ຮຽກ​ຮ້ອງ​​​ນຳ​ໃຊ້​ບັນດາ​ມາ​ດຕະການ​ລົງ​ໂທດ​ປອດການ​ທະຫານ ຕາມ​ພາກ​ທີ 7 ຂອງ​ກົດ​ບັດ ສປຊ ​ໃນ​ກໍລະນີ​ທີ່​ປະທານາທິບໍດີ  Assad  ບໍ່​ຖອນອາວຸດ​​ໜັກປະ​ເພດຕ່າງໆອອກ​ຈາກ​ບັນດາ​ນະຄອນ​ຂອງ​ຊີຣີ​ໃນ​ຮອບ​ເວລາ 10 ວັນ.

ຂ່າວ/ບົດ​ອື່ນ