ລັດເຊຍ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຮັບປະກັນໃຫ້ໂລກມີສະຖຽນລະພາບ

(VOVWORLD) -ມົດສະກູ ຈະຍູ້ແຮງຄວາມມານະພະຍາຍາມເພື່ອຮັບປະກັນໃຫ້ໂລກມີສະຖຽນລະພາບ ແລະ ພັດທະນາບັນດາກຳລັງປະກອບອາວຸດ, ແຕ່ຈະບໍ່ເຂົ້າຮ່ວມການຊ່ວງເສັງປະກອບອາວຸດທີ່ສິ້ນເປືອງເງິນທຶນ.

ລັດເຊຍ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຮັບປະກັນໃຫ້ໂລກມີສະຖຽນລະພາບ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານຫົວໜ້າເສນາທິການບັນດາກຳລັງປະກອບອາວຸດລັດເຊຍ Valery Geresimov

(ພາບ: AFP/ TTXVN)

ທີ່ການປະຊຸມຂ່າວກັບບັນດາທູດທະຫານຕ່າງປະເທດໃນວັນທີ 24 ທັນວາ, ທ່ານຫົວໜ້າເສນາທິການບັນດາກຳລັງປະກອບອາວຸດລັດເຊຍ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີໜຶ່ງ Valery Geresimov, ຢືນຢັນວ່າ ມົດສະກູ ຈະຍູ້ແຮງຄວາມມານະພະຍາຍາມເພື່ອຮັບປະກັນໃຫ້ໂລກມີສະຖຽນລະພາບ ແລະ ພັດທະນາບັນດາກຳລັງປະກອບອາວຸດ, ແຕ່ຈະບໍ່ເຂົ້າຮ່ວມການຊ່ວງເສັງປະກອບອາວຸດທີ່ສິ້ນເປືອງເງິນທຶນ.

        ນາຍພົນ Valery Geresimov ຊີ້ແຈ້ງວ່າ, ໃນປີ 2021, ກະຊວງປ້ອງກັນປະເທດລັດເຊຍ ຈະມານະພະຍາຍາມສ້າງເງື່ອນໄຂເພື່ອຮັບປະກັນໃຫ້ພາກພື້ນ ແລະ ທົ່ວໂລກມີສະຖຽນລະພາບ ເພື່ອແນໃສ່ຮັບປະກັນການພັດທະນາຢ່າງສະເໝີພາບ ແລະ ມີສະຖຽນລະພາບຂອງກອງທັບບົກ ແລະ ກອງທັບເຮືອ, ເພື່ອເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ສັນຕິພາບຂອງລັດເຊຍ. ປະຈຸບັນ, ບັນດາກຳລັງປະກອບອາວຸດຂອງລັດເຊຍ ມີຄວາມສາມາດຕ້ານບັນດາໄພນາບຂູ່ທີ່ມີຕໍ່ຄວາມໝັ້ນຄົງຂອງປະເທດຊາດ ແລະ ປົກປ້ອງບັນດາຜົນປະໂຫຍດຂອງປະເທດລັດເຊຍ ກໍຄືຂອງປະເທດພັນທະມິດໄວ້ຢ່າງໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ