ລັດເຊຍຕີລາຄາສູງແງ່ຫວັງຮ່ວມມືກັບບັນດາປະເທດເຂດອ່າວ

ລັດເຊຍຕີລາຄາສູງແງ່ຫວັງຮ່ວມມືກັບບັນດາປະເທດເຂດອ່າວ - ảnh 1
ທ່ານ​ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov
(ພາບ​ປະ​ກອບ: RT)

(vovworld) - ​ລັດ​ເຊຍ ​ຕີ​ລາ​ຄາ​ວ່າ​ແງ່​ຫວັງ​ອັນ​ດີ​ງາມ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ສະ​ພາ​ຮ່ວມ​ມື​ເຂດ​ອ່າວ (GCC). ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ໃນ​ວັນ​ທີ 15/04 ຢ​ູ່​ມົດ​ສະ​ກ​ູ ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ ກາ​ຕາ Sheikh Mohammed Bin Abdulrahman Bin Jassim Al – Thani. ທ່ານ Lavrov ໃຫ້​ຮູ້​ທີ່​ການ​ເຈ​ລະ​ຈາ​ວ່າ, 2 ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ລັດ​ເຊຍ ແລະ GCC (ເຊິ່ງ​ລວ​ມ​ມີ 6 ປະ​ເທດ​ຄື: Saudi Arabia, Qatar, Bahrain, Oman, Kuwait ແລະ ບັນ​ດາ​ປະ​ເທດອາ​ຣັບ​ບີ ເອມ​ມີ​ເລດ). ລັດ​ເຊຍ ເຫັນ​ວ່າ​ການ​ພົວ​ພັນ​ຮ່ວມ​ມືມີ້​ມີ​ແງ່​ຫວັງ​ອັນ​ດີ​ງາມ. ເມື່ອ​ເຕື້ອງ​ເຖິງ​ການ​ພົວ​ພັນ 2 ຝ່າຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຊີ້​ແຈ້ງວ່າ, ທ່ານ​ໄດ້​ມີ​ການ​ເຈ​ລະ​ຈ​າ​ທີ່​ອຸ​ດົມ​ສົມ​ບຸນ ແລະ ຖື​ລັກ​ສະ​ນະ​ສ​້າງ​ສັນ​ກັບ​ຄູ່​ຮ່ວມ​ຕຳ​ແໜ​່ງກາ​ຕາ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຂ້າງ, ກີດ​ຂວາງ​ການ​ພົວ​ພັນຂອງ 2 ປະ​ເທດ​ເພື່ອ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ