ລັດເຊຍເພີ່ມເຕີມບັນດາມາດຕະການລົງໂທດຕວກກີ

ລັດເຊຍເພີ່ມເຕີມບັນດາມາດຕະການລົງໂທດຕວກກີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
ພາບ:baomoi.com
(vovworld)-  ​ວັນ​ທີ 28/12, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ເຊັນ​ລັດ​ຖະ​ດຳ​ລັດ ເພີ່ມ​ເຕີມ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ສຳ​ລັບ ຕວກ​ກີ. ຕາມນັ້ນ​ແລ້ວ ຫ້າມ ບໍ່​ພຽງ​ແຕ່​ບໍ​ລິ​ສັດ​ຂອງ ຕວກກ​ີ ເທົ່າ​ນັ້ນ ຫາກ​ບັນ​ດາ​ບໍ​ລິ​ສັດ​ໂດຍ​ພົນ​ລະ​ເມືອງ ຕວກ​ກີ ຄຸ້ມ​ຄອງ ດຳ​ ເນີນ​ທຸ​ລະ​ກິດ​ໃນ​ເຂດ​ດິນ​ແດນ ລັດ​ເຊຍ. ລັດ​ຖະ​ດຳ​ລັດ​ນີ້ ແມ່ນ​ເພີ່ມ​ເຕີມ​ໃຫ້​ລັດ​ຖະ​ດຳ​ລັດລົງວັນ​ທີ 28/11/2015 ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເສດ​ຖະ​ກິດ​ພິ​ເສດ ເພື່ອລົງ​ໂທດ ຕວກ​ກີ.

ຕາມ​ລັດ​ຖະ​ດຳ​ລັດ​ລົງ​ວັນ​ທີ 28/11, ມົດ​ສະ​ກູ ຫ້າມ ຫລື ຈຳ​ກັດ​ບັນ​ດາ​ອົງ​ການ​ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ ຕວກ​ກີ ປະ​ຕິ​ບັດ​ວຽກ​ງານ​ຈຳ​ນວນ​ຫນຶ່ງ​ໃນ​ເຂດ​ດິນ​ແດນ ສະ​ຫະ​ພັນ​ລັດ​ເຊຍ. ນອກນັ້ນ ລັດ​ຖະ​ດຳ​ລັດ ກໍ​ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ຫ້າມ ຫລື ຈຳ​ກັດ​ການ​ນຳ​ ເຂົ້າ​ລັດ​ເຊຍ ປະ​ເພດສິນ​ຄ້າ​ຈຳ​ນວນ​ຫນຶ່ງ​ຈາກ ຕວກ​ກີ ຕາມ​ບັນ​ຊີ​ລາຍ​ຊື່ ໂດຍ​ລັດ​ຖະ​ບານ ລັດ​ເຊຍ ກຳ​ນົດ.

ຂ່າວ/ບົດ​ອື່ນ