ລັດເຊຍແລະຈີນເຊັນ ບັນດາຂໍ້ຕົກລົງການ ຮ່ວມມື


ລັດເຊຍແລະຈີນເຊັນ ບັນດາຂໍ້ຕົກລົງການ ຮ່ວມມື - ảnh 1
(
ພາບ: THX/TTXVN)

(vovworld)- ​ ​ໃນ​ຂອບ​ເຂດ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ລັດ​ເຊຍ-​ຈີນ ຄັ້ງທີ 19 ຢູ່​ນະຄອນຫຼວງ​ມົດ​ສະ​ກູ ​ແລະ ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ຫຼີ​ເຄີ​ຊຽງ ນາຍົກລັດຖະມົນຕີຈີນ, ​ວັນ​ທີ 13/10, ບັນດາ​ເຈົ້າໜ້າ​ທີ່​ສອງ​ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມືສອງ​ຝ່າຍ​ກ່ວາ 30 ສະບັບ. ກ່ຽວຂ້ອງ​ເຖິງ​ຂົງ​ເຂ​ການ​ຄ້າ ​ແລະ ທະນາຄານ, ລັດ​ເຊຍ ​ແລະ ຈີນ ​ໄດ້​ເຊັນ​ບັນດາ​ຂໍ້​ຕົກລົງ​ແລກປ່ຽນ​ເງິນຕາ​ລະຫວ່າງ​ທະນາຄານ​ສູນ​ກາງ​ສອງ​ປະ​ເທດ​ລວມມູນ​ຄ່າ 24,4 ຕື້​ໂດ​ລາ​ສະຫະລັດ​ຊື່​ງຄາດ​ວ່າ​ຂໍ້​ຕົກລົງ​ຈະ​ມີ​ຜົນ​ສັກ​ສິດ​ໃນ​ເວລາ 3 ປີ ​ແລະ ອາດ​ຈະ​ໄດ້​ຕໍ່​ກຳນົດ​ເວລາ​ຖ້າ​ສອງ​ຝ່າຍ​ເຫັນ​ດີ. ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ການ​ຜູກຂາດ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບການ​ຮ່ວມ​ມື​ໃນ​ການ​ສະກັດ​ກັ້ນການ​ຂົນ​ສົ່ງວັດ​ສະ​ດຸ​ນິວ​ເຄຼຍ ​ແລະ ທາດ​ລັງສີ​ອື່ນ​ຜ່ານ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ຢ່າງ​ຜິດ​ກົດໝາຍ…​ໃນ​ຂົງ​ເຂດ​ອາຍ​​ແກ​ດ, ສອງ​ຝ່າຍ​ເຫັນ​ດີ​ຈະ​ສະໜອງ​ອາຍ​ແກ​ດຕາມ​ທໍ່​ສົ່ງ​ພາກ​ຕາ​ເວັນ​ອອກ​ທີ່​ມີ​ຊື່ວ່າ “ກຳລັງ​ແຮງ​ຊີ​ເບຍຣີ“. ຂໍ້​ຕົກລົງ​ນີ້​ແມ່ນ​ເງື່ອນ​ໄຂ​ບັງຄັບ​ການ​ປະຕິບັດ​ສັນຍາ​ລະຫວ່າງ Gazprom ​ແລະ ກຸ່ມ​ບໍລິສັດ​ອາຍ​ແກ​ດ​ແຫ່ງ​ຊາດ​ຈີນ​ເມື່ອ​ເດືອນ 5/2014 ຜ່ານ​ມາ, ຕາມ​ນັ້ນ​ແລ້ວ, ​ໃນ​ຮອບ​ເວລາ 30 ປີ, ລັດ​ເຊຍ ​ຈະ​ສະໜອງອາຍ​ແກ​ດ 38 ຕື້​ແມັດ​ກ້ອນ​ໃຫ້​ແກ່​ຈີນ, ລວມຍອດ​ມູນ​ຄ່າ 400 ຕື້​ໂດ​ລາ​ສະຫະລັດ./.

 

ຂ່າວ/ບົດ​ອື່ນ