ລະດູບານໃໝ່ປີມະໂລງ 2024: ນຳ “ບຸນເຕັດຂອງ 3 ພາກ” ໄປສູ່ ອົດສະຕາລີ

(VOVWORLD) - ກ່າວຄຳເຫັນໄຂງານບຸນ, ທ່ານ ຫງວຽນດັງຖັງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ຮັບຜິດຊອບລັດ New South Wales, ລັດ ອົດສະຕາລີ ໃຕ້ ແລະ ລັດ Queensland ໄດ້ສະແດງຄວາມຂອບອົກຂອບໃຈບັນດາສະມາຄົມ, ຄະນະ...
ລະດູບານໃໝ່ປີມະໂລງ 2024: ນຳ “ບຸນເຕັດຂອງ 3 ພາກ” ໄປສູ່ ອົດສະຕາລີ - ảnh 1ອາຫານ 3 ພາກໄດ້ນຳມາແນະນຳທີ່ເຫດການ
(ພາບ: Văn Linh/TTXVN)

ຕອນບ່າຍວັນທີ 18 ກຸມພາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ Sydney (ປະເທດ ອົດສະຕາລີ) ໄດ້ຈັດລາຍການ “ລະດູບານໃໝ່ຂອງບ້ານເກີດເມືອງນອນ 2024” ດ້ວຍຫົວຂໍ້ “ບຸນເຕັດຂອງ 3 ພາກ”. ເຂົ້າຮ່ວມລາຍການມີທ່ານ ຫງຽມຊວນຮ່ວາ, ອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ , ບັນດາອົງການອ້ອມຂ້າງສະຖານກົງສູນໃຫຍ່, ສະມາຄົມປັນຍາຊົນ ຊາວ ຫວຽດນາມ ຢູ່ ອົດສະຕາລີ, ສະມາຄົມວິສາຫະກິດ/ນັກທຸລະກິດ ຫວຽດນາມ ນັກຮຽນ, ນັກສຶກສາ ຫວຽດນາມ ແລະ ຊາວ ຫວຽດນາມ ທີ່ພວມປະຕິບັດງານ, ເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ອົດສະຕາລີ ເຂົ້າຮ່ວມ.

        ກ່າວຄຳເຫັນໄຂງານບຸນ, ທ່ານ ຫງວຽນດັງຖັງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ຮັບຜິດຊອບລັດ New South Wales, ລັດ ອົດສະຕາລີ ໃຕ້ ແລະ ລັດ Queensland ໄດ້ສະແດງຄວາມຂອບອົກຂອບໃຈບັນດາສະມາຄົມ, ຄະນະ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຮັກຊາດຢູ່ ອົດສະຕາລີ ທີ່ໄດ້ຮ່ວມເດີນທາງ, ຮຽງບ່າຮຽງໄຫຼ່ ໃນທຸກການເຄື່ອນໄຫວຂອງອົງການຕາງໜ້າໃນຕະຫຼອດຊຸມປີຜ່ານມາ, ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ມີຕໍ່ປະເທດຊາດ. ທ່ານຫົວໜ້າສະຖານກົງສູນໃຫຍ່ ຫງວຽນດັງຖັງ  ສະແດງຄວາມຫວັງວ່າ ໃນປີ 2024, ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມເດີນທາງຂອງພໍ່ແມ່ປະຊາຊົນຕື່ມອີກ.

        ສະຖານກົງສູນໃຫຍ່ໄດ້ຈັດລາຍການ “ລະດູບານໃໝ່ຂອງບ້ານເກີດເມືອງນອນ 2024” ດ້ວຍຄວາມໝາຍ “ບຸນເຕັດຂອງ 3 ພາກ - ບຸນເຕັດແຫ່ງການເຕົ້າໂຮມ ພາຍໃຕ້ຊາຍຄາລວມ” ເພື່ອສະແດງຄວາມຫວັງວ່າ ປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕາລີ ຈະສືບຕໍ່ສາມັກຄີ, ສະໜິດຕິດພັນກັນຫຼາຍກ່ວາ ເພື່ອພ້ອມກັນເສີມຂະຫຍາຍບັນດາຄຸນຄ່າທີ່ດີງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ