ລາຍການ “ພົບປະແລກປ່ຽນເຂດຊາຍແດນມິດຕະພາບ”

(VOVWORLD) - ຕອນຄ່ຳວັນທີ 25 ສິງຫາ, ທີ່ຮ່າໂນ້ຍ ໄດ້ດຳເນີນລາຍການພົບປະແລກປ່ຽນ “ເຂດຊາຍແດນມິດຕະພາບ” ຄັ້ງທີ 3 ປີ 2018 ດ້ວຍການເຂົ້າຮ່ວມຂອງການນຳລັດຖະບານ ແລະ ກຳລັງປະກອບອາວຸດຂອງ ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ມຽນມາ ແລະ ໄທ.
ລາຍການ “ພົບປະແລກປ່ຽນເຂດຊາຍແດນມິດຕະພາບ” - ảnh 1  ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ຫວຽດນາມ ພວມຊຸກຍູ້ປະຕິບັດບັນດາຂໍ້ລິເລີ່ມຮ່ວມຂອງອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ: ພ້ອມ ກັບການຮ່ວມມືລະຫວ່າງບັນດາລັດຖະບານ, ບັນດາກຳລັງປະກອບອາວຸດເວົ້າລວມ ແລະ ກຳລັງປ້ອງກັນຊາຍແດນ ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ໄທ, ມຽນມາ ເວົ້າສະເພາະຈະເຂົ້າຮ່ວມຢ່າງຕັ້ງໜ້າໃນການຮ່ວມມືອະນຸພາກພື້ນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        “6 ປະເທດພວກເຮົາຮ່ວມສາຍແມ່ນ້ຳຂອງ, ລ້ວນແຕ່ມີຄວາມມຸ່ງມາດປາດຖະໜາ ກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ພັດທະນາວັດທະນາຖາວອນ. ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າ ກຳລັງປ້ອງກັນຊາຍແດນບັນດາປະເທດໃນອະນຸພາກພື້ນຈະນັບມື້ນັບສະໜິດແໜ້ນກ່ວາ, ການຮ່ວມມືມີປະສິດທິຜົນກ່ວາໃນຫລາຍຂົງເຂດຄື: ປ້ອງກັນ, ຕ້ານອາດສະຍາກຳຂ້າມຊາດ, ກູ້ຊ່ວຍໄພທຳມະຊາດ, ໄພພິບັດ, ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ, ປົກປັກຮັກສາແຫຼ່ງນ້ຳແມ່ນ້ຳຂອງ…ປົກປັກຮັກສາສາຍຮ່ວມສຳພັນສະໜິດແໜ້ນຂອງນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນບັນດາປະເທດເວົ້າລວມ ແລະ ປະຊາຊົນຊາຍແດນ, ກຳລັງປ້ອງກັນຊາຍແດນເວົ້າສະເພາະ.

        ໂດຍໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ, ລາຍການພົບປະແລກປ່ຽນ “ເຂດຊາຍແດນມິດຕະພາບ” ໄດ້ກາຍເປັນເຫດການທີ່ມີຄວາມໝາຍໃນວຽກງານການພົວພັນຕ່າງປະເທດເວົ້າລວມ ແລະ ການຕ່າງປະເທດປ້ອງກັນຊາດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ