ລາຍ​ການ “ລະດູບານໃໝ່ຂອງ​ນັກ​ຮົບ ປີ 2020”

(VOVWORLD) -ຕອນເຊົ້າວັນທີ 5 ມັງກອນ,  ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນ ລາຍການ “ລະດູບານໃໝ່ຂອງ ນັກຮົບປີ 2020”.
ລາຍ​ການ “ລະດູບານໃໝ່ຂອງ​ນັກ​ຮົບ ປີ 2020” - ảnh 1ລາຍການ “ລະດູບານໃໝ່ຂອງນັກຮົບ ປີ 2020” (ພາບ: qdnd.vn)

ນີ້ແມ່ນລາຍການປະຈຳປີ ໂດຍກອງບັນຊາການ ທະຫານເຂດ 7 ຈັດຕັ້ງຂຶ້ນ, ເຊິ່ງມີຄວາມໝາຍດ້ານການເມືອງ, ສັງຄົມ, ມະນຸດສະທຳ ທີ່ເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອົງຄະນະພັກ, ກອງບັນຊາການທະຫານເຂດ 7 ສຳລັບຊີວິດດ້ານວັດຖຸ ແລະ ຈິດໃຈ ຂອງ ພະນັກງານ, ນັກຮົບ ແລະ ບັນດາປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ເຂດ ຊາຍແດນ, ທະເລໝູ່ເກາະ. ລາຍການລວມມີ ການເຄື່ອນໄຫວທີ່ຄຶກຄື້ນ ແລະ ມີຄວາມໝາຍຫຼາຍຢ່າງ. ຄຽງຄູ່ກັນນັ້ນ, ລາຍການກໍ່ໄດ້ໃຫ້ບໍລິຈາກເງິນອຸດໜູນເກືອບ 250 ລ້ານດົ່ງ, ເພື່ອຊື້ຂອງຂວັນໃຫ້ແກ່ ພະນັກງານ, ນັກຮົບ, ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ເຂດຊາຍແດນ, ທະເລໝູ່ເກາະໃນບຸດເຕັດ ປີຊວດ 2020.

ຕອບກັບ

ຂ່າວ/ບົດ​ອື່ນ