ລາຍການພົບປະແລກປ່ຽນ ສະແດງສິລະປະ “ອະນາຄົດທີ່ສະຫວ່າງສະໄຫວ”

ລາຍການພົບປະແລກປ່ຽນ ສະແດງສິລະປະ “ອະນາຄົດທີ່ສະຫວ່າງສະໄຫວ” - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ
(ພາບປະກອບ)

(vovworld) - ຕອນ​ຄຳ່​ວັນ​ທີ 14/9, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ ​​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ເດັກນ້ອຍ​ເປັນ​ພະຍາດ​ມະ​ເຮັງ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​​ແລກປ່ຽນ​ສະ​ແດງສີ​ລະ​ປະ​ເພື່ອ​ສ້າງ​ຄັງ​ໜູນ​ຊ່ວຍ​ເດັກນ້ອຍ​ເປັນ​ພະຍາດ​ມະ​ເຮັງ “ອະນາ​ຄົດທີ່​ສະຫວ່າງ​ສະ​ໄຫວ”. ລາຍການ​ໂດ​ຍກະຊວງ​ສາທາລະນະ​ສຸກ ສົມທົບ​ກັບ​ໂທລະພາບ​ແຫ່ງ​ຊາດ ຫວຽດນາມ ຈັດ​ຕັ້ງ. ຜ່ານກ່ວາ 2 ປີ​ແຫ່ງ​ການ​ຂົນຂວາຍ, ລາຍການ “ອະນາ​ຄົດທີ່​ສະຫວ່າງ​ສະ​ໄຫວ” ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຈາກ​ບັນດາ​ອົງການ, ບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ. ນີ້​ແມ່ນ​ອົງການ​ບໍ່​ສະ​ແຫວ​ງຫາ​ລາຍ​ໄດ້ ​ແລະ ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ມະນຸດສະທຳ, ກຸສົນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ, ​ເບິ່ງ​ແຍງ​ດູ​​ແລ, ປິ່ນປົວ​ຄົນ​ເຈັບ​ຕິດພະຍາດມະ​ເຮັງ​ທີ່​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ, ໜູນ​ຊ່ວຍ​ການກວດ​ພົບ​ໄວ, ປ້ອງ​ກັນ ​ແລະ ປິ່ນປົວ​ພະຍາດ​ມະ​ເຮັງ​ບາງ​ປະ​ເພດ​​ໂດຍ​ໄວ. ຄຽງ​ຄູ່​ກັນ​ນັ້ນ, ກອງ​ທຶນ​ຍັງ​ໜູນ​ຊ່ວຍ​ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ບຳລຸງ​ສ້າງ​ກ່ຽວ​ກັບ​ຂົງ​ເຂດ​ພະຍາດ​ມະ​ເຮັງ ກໍ່​ຄື​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບປ້ອງ​ກັນ, ຕ້ານ​ພະຍາດ​ມະ​ເຮັງ​ໃນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ