ລາຍການສົມທົບກັນຍູ້ແຮງ ວຽກງານການສຶກສາຄວາມປອດໄພ ທາງຄົມມະນາຄົມ

ລາຍການສົມທົບກັນຍູ້ແຮງ   ວຽກງານການສຶກສາຄວາມປອດໄພ  ທາງຄົມມະນາຄົມ - ảnh 1
ພິທີລົງ​ນາມ​​ໃນ​ລາຍການ​ສົມທົບກັນຍູ້​ແຮງ​ວຽກ​ງານ​ການ​ສຶກສາ​ຄວາມ​ປອດ​ໄພ​ຄົມມະນາຄົມ​
ພາບ:ktdt.com.vn

(vovworld) - ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ຊີ້​ນຳ, ສົມທົບ​ກັນ​ຢ່າງ​ຄົບ​ຊຸດ​ລະຫວ່າງ​ບັນດາ​ຂະ​ແຫນງ​ການ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ກ່ຽວ​ກັບ​ວຽກ​ງານ​ສຶກສາ​ຄວາມ​ປອດ​ໄພ​ທາງຄົມມະນາຄົມ​ໃຫ້ແກ່​ຊາວ​ຫນຸ່ມ, ​ເຍົາວະ​ຊົນ, ຕອນ​ບ່າຍ​ວັນ​ທີ 18/4 ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ຄະນະ​ກຳມະການ​ຄວາມ​ປອດ​ໄພ​ທາງຄົມມະນາຄົມ​ແຫ່ງ​ຊາດ ​ໄດ້​ລົງ​ນາມ​​ໃນ​ລາຍການ​ສົມທົບກັນຍູ້​ແຮງ​ວຽກ​ງານ​ການ​ສຶກສາ​ຄວາມ​ປອດ​ໄພ​ຄົມມະນາຄົມ​ໃນ​ຊາວ​ຫນຸ່ມ, ​ເຍົາວະ​ຊົນ, ນັກຮຽນ​ນັກ​ສຶກສາ ​ໄລຍະ 2012- 2017. ​ເນື້ອ​​ໃນ​ທີ່ໄດ້ຮັບການລົງນາມແມ່ນ​ສຸມ​ໃສ່​ເພີ່ມ​ທະວີ​ການ​ໂຄສະນາ, ສຶກສາ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງຄົມມະນາຄົມ​ໃຫ້​ແກ່​ຊາວ​ຫນຸ່ມ, ​ເຍົາວະ​ຊົນ, ນັກຮຽນ, ນັກ​ສຶກສາ, ​ເສີມ​ຂະຫຍາຍ​ບົດບາດ, ຫນ້າ​ທີ່​ຂອງ​ທຸກ​ຂັ້ນ, ທຸກຂະ​ແຫນງ​ການ, ອົງການ​ຄະນະ​ຊາວ​ຫນຸ່ມ, ​ເຍົາວະ​ຊົນ​ໃນ​ການ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ທາງຄົມມະນາຄົມ, ຍູ້​ແຮງ​ການ​ຂົນຂວາຍ“ຊາວ​ຫນຸ່ມ​ກັບ​ວັດທະນະທຳ​ຄົມມະນາຄົມ” ທ່ານ Nguyen Dac Vinh ​ເລຂາ​ທີ​ຫນຶ່ງ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

          ຄະນະ​ຊາວ​ຫນຸ່ມ ຢາກ​ປະກອບ​ກຳລັງ​​ແຮງ​ເພື່ອ​ແກ້​ໄຂ​ບັນຫາ​ຮ້ອນເຮັ່ງ​ໃນປະຈຸ​ບັນ ນັ້ນ​ແມ່ນ​ສະພາບ​ຄວາມ​ປອດ​ໄພ​ທາງຄົມມະນາຄົມ. ນັກ​ສຶກສາ ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມີນ ລ້ວນ​ແຕ່​ໄດ້​ຮັບ​ການ​ອົບຮົມ ​ແລະ ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ສະພາບລົດ​ຕິດ​ຢູ່​ໃນ​ນະຄອນ. ຢູ່ແຕ່ລະ​ແຂວງ, ນະຄອນ, ອົງການ​ຄະນະ​ຊາວ​ຫນຸ່ມ​ກໍ​ສ້າງ​ຮູບ​ແບບ​ຈຳນວນ​ຫນຶ່ງ​ຄະນະ​ຊາວ​ຫນຸ່ມ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ, ເຮັດໃຫ້ຫນ້າ ປະຕູ​ຢູ່ໂຮງຮຽນຂຽວ, ສະອາດ ​ແລະ ງາມຕາ.”

 

ຂ່າວ/ບົດ​ອື່ນ